Thursday, July 31, 2008

ບັນຫາພາສາລາວໃນ PHP ເວລາເອີ້ນຂໍ້ມູນຈາກ Mysql Server ແລ້ວເປັນເຄື່ອງຫມາຍ ???????

ບັນຫາພາສາລາວໃນ PHP ເວລາເອີ້ນຂໍ້ມູນຈາກ Mysql Server ແລ້ວເປັນເຄື່ອງຫມາຍ ???????

ອັນຄວາມທີ່ຈິງແລ້ວບັນຫານີ້ເຄີຍພົບມາແລ້ວແຕ່ປາງກ່ອນ(ກ່ອນເມື່ອພາສາລາວຍັງບໍ່ເປັນທີ່ໃຊ້ແຜ່ຫລາຍໃນ Computer)ເລື່ອງການ Connect DATA Base ຫລືແມ່ນແຕ່ການນຳໃຊ້ພາສາລາວ ເພື່ອການສ້າງເວັບໄຊ ຫລື Application ຕ່າງໆ
ແລະອັນຂ້າພະເຈົ້າເອງກະເຄີຍແກ້ໄຂ ແລະ ແກ້ໄຂ ແລະ ແກ້ໄຂໄດ້ເມື່ອດົນນານມາແລ້ວ ຈົນບໍ່ຈື່ວ່າຕົວເອງເຄີຍແກ້ໄດ້ແນວໃດ (ຄວາມຈຳສັ້ນ)

ຈົນໄດ້ໄປທັກຖາມນິນ A8 ເພີ່ນກະສົ່ງ Keyword ມາໃຫ້ວ່າ
mysql_query($dbname, "SET character_set_client =utf-8");


ເມື່ອລອງແລ້ວ ປາກົດວ່າ ບໍ່ໄດ້

ແລ້ວສຸດທ້າຍ ກະຕ້ອງ ຖາມລຸງກູ (ກູເກີ້ລ)555 ຫນີບໍ່ພົ້ນ

ສະຫລຸບແລ້ວກະຄື ເພີ່ມຄຳສັ່ງໃນການ Connect ໃຫ້ປ່ຽນ Encode ເປັນ utf8

ດ້ວຍຄຳສັ່ງລຸ່ມນີ້

mysql_query("SET character_set_client =utf8");
mysql_query("SET character_set_connection = utf8");
mysql_query("SET character_set_database =utf8 ");
mysql_query("SET character_set_results = utf8");
mysql_query("SET character_set_server =utf8");



ອັນນີ້ແມ່ນຕົວຢ່າງການນຳໄປໃຊ້ກັບ Code PHP




ແນວໃດກະລອງເອົາໄປໃຊ້ເບີ່ງເດີ້ ພີ່ນ້ອງ
ຫາກມີປັນຫາແນວໃດກະ ເຂົ້າໄປເສວະນາໄດ້ທິ່ http://www.laozaa.com

ເວົ້າໄປເວົ້າມາກະເຫັນທີ່ ທຶບ ເອົາມາລົງໄວ້ໃນບອດ ລາວຊ້າ ຄືກັນ


Saturday, July 26, 2008

ເຊີນຊ່ວຍກັນ ອອກແບບ Logo Lao ubuntu ເດີ້ພີ່ນ້ອງ

ເຊີນຊ່ວຍກັນ ອອກແບບ Logo Lao ubuntu ເດີ້ພີ່ນ້ອງ


ເຊີນມາຮ່ວມກຸ່ມຜູ້ຮັກຫລົງໄຫລໃນ Open source ແລະ Linux ທຸກ Distro ໂດຍສະເພາະ UBUNTU ລຸງບັນຕູ້ ຂອງເຮົາ

ເນື່ອງຈາກວ່າພວກເຮົາທາງທີມ LAOubuntu ແລະ ທີມງານ Laozaa ຈະເຮັດໂລໂກ້ ສຳລັບ Laoubuntu ເຊີ່ງເປັນ distro ທີ່ໃຊ້ພາສາລາວ ແລະ ມີການປັບແຕ່ງໃຫ້ໃຊ້ງານງ່າຍສະດວກເຫມາະສົມສຳຫລັບຄົນລາວທີ່ສຸດ ເຊິ່ງ Ubuntu ທີ່ເປັນມັນ(ເຊີ່ງກໍ່ໃຊ້ງ່າຍຢູ່ແລ້ວ) ດັ່ງນັ້ນພວກຂ້າພະເຈົ້າຈື່ງໄດ້ຂໍເຊີນຊວນພໍ່ແມ່ພີ່ນ້ອງຍາດມິດສະຫາຍທັງຫລາຍທັງມວນອັນເປັນທີ່ຮັກມາຮ່ວມໃຈກັນອອກແບບໂລໂກ້ Laoubuntu ບາງເທື່ອໂລໂກ້ຂອງທ່ານອາດຈະຖືກນຳໃຊ້ໃນຊີ້ນງານດັ່ງກ່າວຮູບແບບຂອງໂລໂກ້ກໍ່ປະມານວ່າ ມີສີໃຫ້ຄ້າຍໂລໂກ້ ອູບັນຕຸສະແດງເຖິງມິດຕະພາບແລະຄວາມເປັນສາມັກຄີ



ຂໍ້ມູນເພີ່ມເຕີມ
https://launchpad.net/~laoubuntu
http://www.laozaa.com
http://www.laoubuntu.com
http://laoubuntu.blogspot.com/

Monday, July 14, 2008

ກັບມາທັກທາຍສະບາຍດີ ກັນໃຫມ່ເນາະ

ກ່ອນອື່ນກະ ຂໍສະແດງຄວາມນັບຖືກັບ ພີ່ນ້ອງ ແລະ ໃຜກະໄດ້ທີ່ກຳລັງອ່ານຫນ້ານີ້ຢູ່ເນາະພາຍຫລັງທີ່ເອົາບລັອກມາເປັນບ່ອນແຈກ ຫນ້າກາກເວັບ ແລ້ວກະໄດ້ຍຸດໄປໃນລະຍະນຶ່ງ
ບາດນນີ້ຄິດວ່າຈະຂຽນ ບົດຄວາມບັນທຶກຄວາມຊົງຈຳເອົາໄວ້ເພື່ອເປັນຂໍ້ມູນແກ່ຄົນຮຸ່ນຫລັງ

ບາງເທື່ອກະວ່າຈະເຮັດ Lao Blogger ນຳ