Wednesday, February 11, 2009

ຮ່ວມໂຄງການແປພາສາລາວ

ຮ່ວມໂຄງການແປພາສາລາວ

ຂ້າພະເຈົ້າໃນນາມຕາງຫນ້າ ທີມງານ ລາວຊ້າ ຂໍເຊີນຊວນພໍ່ແມ່ພີ່ນ້ອງ ເຂົ້າຮ່ວມໂຄງການແປ ຊອບແວຣ ຕ່າງໆ ໃນຄອມພຶວເຕີ້ໃຫ້ເປັນພາສາລາວ ເຊິ່ງຕອນນີ້ແມ່ນພວກເຮົາກຳລັງຈະເລີ່ມໂຄງການແປ Open Office 3.0 ໃຫ້ເປັນພາສາລາວ ແລະ ໂປຣແກຣມອື່ນໆ ທີ່ເປັນລະບົບເປີດເປີຍຊອດໂຄດ ຫລັງຈາກແປສຳເລັດ ແລ້ວ ພວກເຮົາຈະໄດ້ເຮັດເປັນ Lao Language Pack ອອກມາໃຫ້ ພີ່ນ້ອງຄົນລາວເຮົາໄດ້ໃຊ້ກັນແບບຟຣີໆ

ແຕ່ເນື່ອງຈາກວ່າ ກຳລັງຄົນເຮົາຍັງບໍ່ພຽງບໍເພາະມັນມີຫລາຍຄຳສັບ ສະນັ້ນທາງທີມງານຈຶງໄດ້ອອກມາປະກາດຫາອາສາສະຫມັກທີ່ຈະເຂົ້າຮ່ວມໂຄງການແປດັ່ງກ່າວ

ຄຸນສົມບັດຂອງຜູ້ສະຫມັກ

໑.ສຳຄັນສຸດແມ່ນມີໃຈຮັກໃນການພັດທະນາ ທັງຕົວເອງ ແລະ ສັງຄົມ ເພາະນີ້ແມ່ນການເຮັດເພື່ອປະເທດເລີຍ
໒.ອາສາສະຫມັກ ເຮັດວຽກ ແບບບໍ່ມີສິ່ງຕອບແທນ
໓.ມີເວລາຫວ່າງ ແລະ ມີ Internet ທີ່ຈະຕິດຕໍ່ກັບທີມ
໔. ມີຄວາມຮັບຜິດຊອບຕໍ່ວຽກ
໕.ມີຄວາມຮູ້ໃດດ້ານ ຄອມຂັ້ນພື້ນຖານ ແລະ ພາສາອັງກິດ ພໍປະມານ

ຜົນທີ່ຄາດວ່າ ຜູ້ເຂົ້າຮ່ວມຈະໄດ້ຮັບ

໑.ໄດ້ເປັນທີມງານແປພາສາລາວໃນລະບົບຄອມພິວເຕີ
໒.ໄດ້ຄວາມຮູ້ໃຫມ່ໃນການໃຊ້ຄອມ ໂດຍສະເພາະແມ່ນພາສາທີ່ໃຊ້ໃນຄອມ
໓. ໄດ້ເປັນສ່ວນຮ່ວມໃນການພັດທະນາ ລະບົບ ໂປຣແກຣມເສລີ ໃນລະດັບປະເທດ ແລະ ລະດັບໂລກ
໔. ໄດ້ປະສົບການ ແລະ ການເຮັດວຽກຂອງພາສາລາວໃນ ລະບົບຕ່າງໆ
໕. ຮຽນຮູ້ການເຮັດວຽກເປັນທີມ ໃນສະໄຫມສັງຄົມ ໄອທີ
໖. ໄດ້ເຂົ້າຮ່ວມການຝຶກອົບຮົມກັບທີມງານ

ທ່ານທີ່ເຂົ້າຮ່ວມໃນທີມງານ ແມ່ນຈະມີການອົບຮົມກັນກ່ອນ
ໃນດ້ານຂອງ ຄຳສັບ ແລະ ພາສາ ທີ່ໃຊ້ ເຮົາຈະມີລະບົບ ຖານຂໍ້ມູນເພື່ອໃຫ້ຄຳສັບເປັນເອກະພາບກັນ
ໃນດ້ານການປະຕິບັດງານແມ່ນເຮົາຈະມີ Server ເພື່ອແປ ອອນລາຍ ຜ່ານອິນເຕິເນັດ
ບໍ່ຕ້ອງກັງວົນວ່າທ່ານຈະເຮັດບໍ່ໄດ້ ເພາະທຸກຢ່າງມັນຕ້ອງເລີ່ມຈາກການຮຽນຮູ້ເລີ່ມຕົ້ນກັນທັ້ງ

ໂຄງການຂອງພວກເຮົາແມ່ນເນັ້ນໄປທາງ ໂອເພິ່ນຊອດ (Open Source) ເພື່ອໃຫ້ຄົນລາວໄດ້ໃຊ້ລະບົບ ທີ່ເປີດເຜີຍຊອດຄອດແບບເສລີ ເພື່ອໃຫ້ປະເທດລາວເຮົາໄດ້ມີຂອງຟຣີດີໆ ໃຊ້ນຳບ້ານນຳເມືອງເພິ່ນ

ສຳລັບທ່ານທີ່ສົນໃຈ ເຂົ້າຮ່ວມໂຄງການ ສາມາດລົງຊື່ໄດ້ເລີຍທີ່ນີ້

ເຂົ້າຮ່ວມ ກຸ່ມນັກແປ Lao L10n ໄດ້ທີ່

http://groups.google.com/group/lao-l10n


ໂຄງການຕົວຢ່າງທີ່ກຳລັງເຣັດ

www.laoubuntu.com // ໂຄງການແປ Ubuntu Linux

www.laosmf.com // ໂຄງການແປ SMF Forum ເປັນພາສາລາວ ໂດຍ ທີມງານ a8

ດ້ວຍຄວາມຮັກແພງ

Monday, December 01, 2008

ມາສ້າງ folder ໃຫ້ກາຍເປັນ drive (Windows) ສຳລບັບທ່ານໃດທີ່ມີເນື້ອທີ່ drive ເຫລືອຫລາຍໆ ແຕ່ບໍ່ຢາກແບ່ງ partition ໃຫມ່ ຫລືໃຜທີ່ມັກຄວາມແປກໃຫມ່ ກໍ່ລອງເອົາໄປປ

ມາສ້າງ folder ໃຫ້ກາຍເປັນ drive (Windows)


ສຳລບັບທ່ານໃດທີ່ມີເນື້ອທີ່ drive ເຫລືອຫລາຍໆ ແຕ່ບໍ່ຢາກແບ່ງ partition ໃຫມ່ ຫລືໃຜທີ່ມັກຄວາມແປກໃຫມ່ ກໍ່ລອງເອົາໄປປະຍຸກໃຊ້ກະແລ້ວກັນ

ກ່ອນອື່ນກະລອງເປີດ my computer ຂຶ້ນມາ

ຕອນນີ້ກໍເຫັນເປັນປົກກະຕິເນາະ


ຕໍ່ໄປໃຫ້ທ່ານ ສ້າງ folder ທີ່ຕ້ອງການຈະໃຫ້ມາເປັນ drive
ໃນທີ່ນີ້ຂອງຂ້າພະເຈົ້າແມ່ນ E:\drivez


ຕໍ່ໄປໃຫ້ໃຊ້ຄຳສັ່ງ
ສະແດງເນື້ອຫາ ຂອບໃຈສຳລັບການສະແດງຄວາມຄິດເຫັນພາຍໃນກະທູ້.

subst.exe ຊື່drive ທີ່ຢູ່ຂອງ folder ທີ່ສ້າງໄວ
ໃນທີ່ນີ້ແມ່ນ subst.exe Z: E:\drivez






ແລ້ວກໍໄດ້ Drive Z ຂຶ້ນມາແລ້ວ ເປັນພາບຈຳລອງແຕ່ທີ່ຈິງແລ້ວ ມັນກໍ່ຢູ່ໃນ Folder E:\drivez ນັ້ນເອງ



ການເອົາ ອອກກກໍ່ພຽງແຕ່ໃຊ້ຄຳສັ່ງ subst.exe ຊື່Drive /d



ເປັນແນວໃດທ່ານ ງ່າຍບໍ່ລະ?

ດຸປິເຄດ ອີກລະ http://laozaa.com/forum/viewthread.php?tid=6422

Thursday, November 27, 2008

ມີຂີ່ແຕກ ດູປີເຂດ ຄອນເທັ້ນ

ວ່າດ້ວຍເລື່ອງຂອງ ມີ່ ເຂ້ ແຕກ

ພໍດີມື້ກ່ອນນັ້ນທ່ານ ຫມີ Hitmii ໄດ້ລາງວັນທີ່ ໑ ຈາກການປະກວດຄຳຖາມວິທະຍາສາມ ກະເລີຍໄປສະຫລອງກັນຫນ້ອຍຫນຶ່ງ


ມີທ່ານ ແອ (Defago) ທ່ານ ເບີດ (Birdflue.exe) ທ່ານ ໂຍ ກະພາກັນໄປ ແລະໄດ້ໂອກາດກໍເລີຍເອົາມາໃຫ້ເບິ່ງກັນ



ສັ່ງມາຕອນທຳອິດ ກະເປັນແບບນີ້ລະ







ຕໍ່ມາແມ່ນການປຸງ


ເສຍດາຍຫມີ ຖ່າຍຮູບແຈ່ວບໍ່ແຈ້ງ





ກິນອີ່ມລະ ວ່າຊັ້ນ





ທ່ານ ແອ ເສື້ອດຳ ທ່ານ ໂຍ ເສື້ອແດງ



ຫມົດແລ້ວເຫລືອແຕ່ກະດູກ







ອັນນີ້ແມ່ນຖ້ວຍທີ່ສອງຂອງທ່ານຫມີ






ແບບວ່າມັນເປັນມີ່ທີ່ສຸດຍອດສຳລັບທີມງານພວກເຮົາ ຊິ້ນເປື່ອຍ ກະແຊບ ກ້ຽວ ກະແຊບ ເສັ້ນກະຫນຸ້ມ ຊິ້ນຫມູແດງກະມີ


ເວົ້າມາລະຢາກໄປກິນອີກ


ອ້າ ລືມບອກໄປວ່າ ຈຸດພິເສດມັນແມ່ນທີ່ແຈ່ວເດີ້ ແຈ່ວນັ້ນລະ ພາໃຫ້ ເຂ້ ແຕກ ອິອິ




ເປັນຕາແຊບບໍ່ພີ່ນ້ອງ

Saturday, November 15, 2008

ຫມູເຮັດນາຫມາກິນເຂົ້າ

ເອົາມາແຖມໃຫ້ອີກອັນຫນຶ່ງ
ເພາະວ່າອັນນີ້ມັນຖືກກັບສະພາບແວດລ້ອມອ້ອມຂ້າງຂອງຂ້າພະເຈົ້າຫລາຍໆ


ຫມູເຮັດນາຫມາກິນເຂົ້າ:

ເພິ່ນເຄີຍບອກໃຫ້ຮູ້ ວ່າຫມູສ່າວນາເຟືອງ

ເປືອງແຕ່ເງງດັງດຸດ ກ່ອນຫວ່ານດໍາຕາກ້າ

ພາຍທ້າຍຫມາກິນເຂົ້າ ຫມູເຮົາຕ້ອງກິນແກບ

ແຊບບໍ່ແຊບກໍຫຍໍ້າ ເພາະເສັຍແຕ້ມໃຫ້ບັກດໍາ...ແລ້ວເດ

ເພິ່ນວ່າຄວາຍເບື່ອຫຍ້າ ຢ່າໄປຂົ່ມໃຫ້ເຂົາຫັກ...ມັນເດີ

ມັກແຕ່ມີໂມໂຫ ອວດຄຸນຄູຍໂມ້

ເອົາແຕ່ໂວຍໆເວົ້າ ເຂົາບໍ່ຍອມກໍຍັງຂົ່ມ

ສຸດທ້າຍຫນີບໍ່ມົ້ມ ໃຫ້ຄົນເຍີ້ຍທັບຖົມ...ເຈົ້າແລ້ວ

ເພິ່ນວ່າກົບອື່ງເພົ້າ ເຂົາໄປຄຸບຫັກຂາ...ໃສ່ຂ້ອງ

ຍ້ອນວ່າໂຕສຽງດັງ ຖືກຫິ້ວຂາໄປຈ້ອຍ

ຂ້ອຍວ່າພັງເພີຍເວົ້າ ໃຫ້ຄົນ້ຮົາລະວັງປາກ

ຄັນວ່າຄວນຈິ່ງເວົ້າ ບໍ່ຄວນເວົ້າກໍໃຫ້ເຊົາ...ດີຫຼາຍ

ຄົນໃດເຕະຕູດກົ້ນ ແລ້ວມາລູບຫລັງດີ...ພາຍຫຼັງ

ຄົນນີ້ມີສັນດານ ທ່ານຣະວັງເອົາໄວ້

ຂ້ອຍວ່າຄົນນິສັຍນີ້ ມີມາຍາບໍ່ເຂົ້າທ່າ

ໃຜຫາກພານພົບຫນ້າ ແນມໄວ້ຢ່າຫ່າງຕາ...ຣະວັງ.



ຫວ່າງໆ ໄປ ລັກ Copy ກາບກອນມາໃຫ້ອ່ານ


ແບບວ່າ ເອົາມາເກັບໄວ້ຊ່ວຍກັນຍ້ານມັນລຶບ


ສິ່ງທີ່ບໍ່ຄວນທໍາ:

ຢ່ານອນຕື່ນສວາຍ ຢ່າອາຍທໍາກິນ

ຢ່າຫມິ່ນເງິນນ້ອຍ ຢ່າຄອຍວາສນາ

ຢ່າເສນາຄົນຊົ່ວ ຢ່າມົ້ວອະບາຍມຸກ

ຢ່າສຸກກ່ອນຫ່າມ ຢ່າພລ້າມກ່ອນທໍາ

ຢ່າລໍາກ່ອນເພັງ ຢ່າຂົ່ມເຫັງຜູ້ນ້ອຍ

ຢ່າຄອຍແຕ່ປະຈົບ ຢ່າຄົບແຕ່ເສດຖີ

ຢ່າດີແຕ່ຕົວ ຢ່າຊົ່ວແຕ່ຄົນອື່ນ

ຢ່າຝືນຣະບຽບ ຢ່າເອົາປຽບສັງຄົມ

ຢ່າຊື່ນຊົມຄົນຜິດ ຢ່າຄິດເອົາແຕ່ໄດ້

ຢ່າໃສ່ຮ້າຍຄົນດີ ຢ່າກ່າວ ວະຈິມຸສາ

ຢ່ານິນທາພຣະເຈົ້າ ຢ່າຂລາດຂເລົາເມື່ອມີທຸກ

ຢ່າສຸກຈົນລືມຕົວ ຢ່າເກັງກົວງານຫນັກ

ເພິ່ນເວົ້າ ຂ້ອຍວ່າ

ພິ່ນວ່າຄັນບ້ວນປາກ ຫລືຄາກນໍ້າລາຍລົງ

ລອດບ່ອງເຮືອນໂຕເອງ ໃຫ້ເບິ່ງຄົນທາງພື້ນ

ຂືນຖົ່ມຕາມໃຈເຈົ້າ ເຕັມຫົວເຂົາທາງຕະລ່າງ

ປ່ອງຫວ່າງມີແທ້ໆ ຕາເຈົ້າໃຫ້ເລືອດແລ...ກ່ອນຖົ່ມ

ເພິ່ນວ່າເຕັ້ນຂ້າມຮ່ອງ ໃຫ້ແນມເບິ່ງກໍຫນາມ...ເສັຍກ່ອນ

ເຕັ້ນຮະຮາມຫນາມປັກ ຫາກປ່ວຍກາຍເສັຍລ້າ

ຂ້ອຍວ່າຄວນຣະວັງໄວ້ ໄປໃສຢ່າປະຫມາດ

ເດັດຂາດເຈົ້າຊິໄດ້ ຫວິດພົ້ນຜ່ານພັຍ...ອີຫຼີ

ເພິ່ນວ່າກິນລື່ນລົ້ນ ທ້ອງຕົນແຕກຄັກໆ

ຄັນແບກຫຼາຍຫຼັງຫັກ ຊັ້ນກໍງໍຂົດເຂົ້າ

ຂ້ອຍວ່າໂຕງໂຕຍເວົ້າ ໂລພາແລ້ວທ້ອງເນົ່າ

ເຫັນອັນໃດຍັດເຂົ້າ ເຕັມທ້ອງກໍບໍ່ເຊົາ

ເພິ່ນວ່າກ່ອນກ່າວເວົ້າ ໃຫ້ເຮົາຄິດຫລາຍໆ...ເສັຍກ່ອນ

ຖົ່ມນໍ້າລາຍລົງດິນ ແລ້ວຫາກເອົາຄືນຍາກ

ຄັນປາກຜິດໄປແລ້ວ ໃນໃຈແປ້ວບໍ່ມ່ວນ

ຂ້ອຍວ່າຄິດຖີ່ຖ່ວນ ຄວນແທ້ຈິ່ງຄ່ອຍຈາ

********************************************************

ໄມ້ລົ້ມໃຫ້ຂ້າມ ແຕ່ ຄົນລົ້ມບໍ່ໃຫ້ຂ້າມ

ຍາມເມື່ອລົມພັດໄມ້ ໄກວແກວງແຮງສູງ

ສ່ວນຍູງຍາງກໍ່ເລີຍຫັກ ຕ່າວລົງປັນຊິ້ນ

ຫັກລົງດິນແລ້ວຕັນໄວ້ ທາງເຄີຍໄປບໍ່ເຫັນປ່ອງ

ບາງຜ່ອງເດີນເລາະຂ້າງ ຍ້ອນລໍາໄມ້ນັ້ນທັບທາງ

ບາງຄົນເພິ່ນຢອງຂ້າມ ຂອນໃຫ່ຽຍຸງຍາງ

ບາງຄົນນໍາເອົາຂວານ ຖາກຖາງຕາງພ້າ

ບາງຄົນຫາເອົາໄດ້ ຕັດໄວນັ້ນຄືເລື່ອຍ

ໄມ້ລົ້ມເຫັນຢູ່ເລື້ອຍ ເພິ່ນຖາງຖິ້ມວ່າຮົກທາງ

ຕົ້ນໄມ້ຫັກທັບມ້າງ ມັນພັດຕ່າງກັບຄົນເຊ

ຍາມເຮືອນເພເຮືອນຫັກ ທັບລົງພໍພຽງໄມ້

ຍາມຄົນເສັຍໃຈລົ້ມ ເຊລົງຕົກຕະລ່າງ

ສອງຂ້າງແຂນຈ່ອງໄວ້ ທັງຂໍໃຫ້ເພິ່ນຊ່ວຍຊູ ແດ່ທ້ອນ

ຢ່າສູ່ເຢາະຢ່ອງຂ້າມ ຍາມຄົນຕ່າວເຊຊັກ

ຕົ້ນໄມ້ຫັກພາກັນຖາງ ແຕ່ຕ່າງຄົນເຊລົ້ມ

ເຈັບຣະທົມທັງຊໍ້າ ຕາດໍາໆມະນຸດຊາດ

ຍາມພະລາດລ່າວລົ້ມ ຫຍຸມຫຍ້າພັດບໍ່ທັນ ທ່ານເອີຍ

ຖ້າທ່ານເຫັນດັ່ງນັ້ນ ຢ່າໄປຕື່ມທັງໂຍນທັບ

ຄົນລົ້ມລົງບໍ່ທັນດັບ ໃຫ້ຮັບປົວເອົາໄວ້

ຄໍາວ່າຄົນກັບໄມ້ ຟັງໄປຄົນລະຢ່າງ

ຍຸງຍາງລົ້ມຈຶ່ງຄ່ອຍຂ້າມ ຍາມຄົນລົ້ມ ຈົ່ງຊ່ວຍຈູງ ແດ່ເດີ

*******************************************

ກະຕ່າຍໝາຍຈັນ.

ດວງຈັນເອີຍ !

ຈັ່ງແມ່ນແສງເຈົ້າກ້າ ສິບຫ້າຄໍ່າວັນເພັງ

ເຈົ້າເປັ່ງແສງເຕັມດວງ ຂ້ອຍເຝົ້າຫວງຈຶ່ງແຫງນຟ້າ

ກະຕ່າຍໝາຍໃຈຖ້າ ຄຽງກາຍາຜູ້ສູງສົ່ງ

ຖ້າເປັນຫົງ ຂ້ອຍຊິບິນເວີ່ນຜ່າຍ ກາຍໃກ້ໜ່ວຍພະຈັນ ແທ້ດາຍ

ກະຕ່າຍຝັນເຂົ້າໃກ້ ໄດ້ມາຮ່ວມຮຽງໝອນ

ອອນຊອນຈັນມີດາວ ສົ່ງແວວວາວລ້ອມ

ພ້ອມກັນລອຍຄຽງຂ້າງ ບໍ່ວາງຈັນໃຫ້ເຫີນຫ່າງ

ພະຈັນເຈົ້າຢູ່ກາງ ສັງມາງາມເດັ່ນຟ້າ ນະພາກ້ວາງສົ່ງແສງ ແທ້ເດ

ຄອຍຈົນທ້ອງຟ້າແຈ້ງ ວັນໃໝ່ພະຈັນຫາຍ

ໄປບໍ່ມີຄໍາລາ ກະຕ່າຍຄອຍຈົນເກີ້

ໃຈລະເມີນໍາເຈົ້າ ເຫຼືອພຽງເງົາແລ້ວກໍ່ຈາກ

ມາຝາກຄວາມຮັກໄວ້ ແລ້ວໄລຂ້າງຫ່າງໜີ

ກະຕ່າຍນ້ອຍໂຕນີ້ ມີແຕ່ສົ່ງກະແສໃຈ

ຖ້າເມື່ອໃດວັນເພັງ ເຈົ້າເປັ່ງສີໃສກ້າ

ດວງຈັນເອີຍ ຂ້ອຍຊິມາລໍຖ້າ ແຫງນນະພາຍາມແສງສົ່ງ

ດວງຈັນໃສຮົງໆ ກະຕ່າຍຫຼົງເຝົ້າຈ້ອງ ມອງເຈົ້າອີ່ມບໍ່ເປັນ ແທ້ດາຍ

***********************************************************************

ຈັນ ຕອບກະຕ່າຍ

ກະຕ່າຍເອີຍ!

ດວງຈັນລອຍຢູ່ຟ້າ ແສງກະຈ່າງລົງມາ

ມອງເບິ່ງໂລກາງາມ ກະຕ່າຍຕາມແລຈ້ອງ

ຈັນກໍຄອງຄອຍຖ້າ ມອງລົງມາຫາກະຕ່າຍ

ຈິດເຈົ້າໝາຍຜູກໝັ້ນ ຈັນພັດລ້ອມແຕ່ໝູ່ດາວ

ໃຈເຈົ້າຂາວສະອາດແທ້ ບໍ່ແປປ່ຽນໃນຮັກ

ສລັກລົງໃນໃຈ ຮັກໃດບໍ່ທຽມເຈົ້າ

ໃຈສອງເຮົາບໍ່ເຄີຍຮ້າງ ແຕ່ທາງເດີນສຸດແສນຫ່າງ

ຈັນກະຈ່າງຢູ່ຟ້າ ລົງມາໃຕ້ແມ່ນບໍ່ເປັນ

ດວງຈັນເດັ່ນຢູ່ຟ້າ ສິບຫ້າຄໍ່າວັນເພັງ

ໃຫ້ໂລກາມອງເຫັນ ສ່ອງແສງລົງໃຕ້

ນໍ້າຕາລິນໄຫຼຍ້ອຍ ຢາກລອຍລົງຫາກະຕ່າຍ

ຄືນເດືອນຫງາຍ ກະຕ່າຍມານັ່ງເຝົ້າ ຈັນເຈົ້າກໍ່ຫ່ວງຫາ ຢູ່ເດີ

ຄວາມຮັກນີ້ເທົ່າຟ້າ ນະພາຄູ່ຄຽງດິນ

ນະທີລິນໄຫຼນອງ ຄູ່ຂອງບໍ່ເຄີຍແລ້ງ

ນໍ້າໃຈເຮົາບໍ່ເຄີຍແຫ້ງ ແຮງໃຈຊາຍຜູ້ໝາຍອຸ່ນ

ບຸນບໍ່ໄດ້ຢູ່ສ້າງ ກໍຍັງໄດ້ຮ່ວມໃຈ ນັ້ນເດີ

ຊາດກ່ອນພຽງແຕ່ເກັບດອກໄມ້ ບໍ່ໄດ້ກິ່ນດົມດອມ

ບໍ່ໄດ້ຊົມມາລາຫອມ ຮ່ວມກັນກໍເລີຍຮ້າງ

ທາງເດີນມີສອງເສັ້ນ ແລເຫັນກັນທຸກເຊົ້າຄໍ່າ

ຈະຢູ່ສູງຫຼືຕໍ່າ ນໍ້າໃຈຮັກກໍ່ຍິ່ງແໜ້ນ ແສນເທົ້າເກິ່ງກັນ ແທ້ດາຍ

ກະຕ່າຍເອີຍ !

ເຈົ້າໝາຍຈັນຢູ່ຟ້າ ຢ່າຄິດວ່າພຽງຝັນ

ຄືນໃດຈັນເຕັມດວງ ຊິຄູ່ຄວງຄອງເຈົ້າ

ກະຕ່າຍໝາຍມາເຝົ່າ ເງົາງາມຊິເປັນຄູ່

ມາເປັນໝູ່ກະຕ່າຍນ້ອຍ ຜູ້ຄອຍຈ້ອງເບິ່ງພະຈັນ ແທ້ດາຍ

**********************************************************************************

ສັດສີ່ຕີນຍັງຮູ້ພະລາດ ນັກປາດຍັງຮູ້ຫຼົງ

ຫົງຄໍາຍັງຖືກບ້ວງ ຄວາຍເຖົ້າພັດຕື່ນໄຖ

ໂລກນີ້ ບໍ່ມີຫັຽງທ່ຽງໝັ້ນ ເໝືອນດັ່ງນີຣະພານ

ເກີດມາໃນສົງສານ ກໍ່ຕ່າງກັນພັນລີ້ນ

ແນວວ່າສັງຂານນີ້ ມີຕາຍມີເກີດ

ຄຸນປະເສີດລົ້ນຟ້າ ບິດາເຈົ້າພັດຫ່າງລາ

ພໍ່ ເປັນຜູ້ເກັ່ງກ້າ ບູຊາທ່ານຢູ່ໃນໃຈ ທ່ານເອີຍ

ເວລານານປານໃດ ຊິປ່ຽນໄວບໍ່ເຄີຍປີ້ນ

ຟ້າແລະດິນບໍ່ມີລົ່ມ ຈົມນາທີເປັນອ່າງ ດອກເດີ

ຢາດເຫື່ອພໍ່ເປັນທາງ ລູກຍ່າງໄປເບື້ອງໜ້າ ຫາລ້ຽງຊີບຕົນ

ຖ້າຄົນໃດຄິດຮ້າຍ ລືມຝ່າຍ ບິດາ

ແລ້ວໄລລາໜີປະ ປ່ອຍເລີຍຮາມຮ້າງ

ຕັດຂາດທາງສຸດແລ້ວ ໜີບິດາໃຫ້ເຫີນຫ່າງ

ທາງຊີວິດທ່ານຊິຮ້າງ ເວນຊິນໍາຈ່ອງຂ້າງ ຊິຄາງຮ້ອງຮັບແຕ່ກັມ ທ່ານເອີຍ

ປາກດີມີສີແກ່ຕົວ

ຂ້າຂໍໄຂກ່າວຂໍ້ ພໍຮູ້ຫອມຍາມເຫັນກັນ

ການວາຈາເປັນສໍາພັນ ແຕ່ຕ່າງກັນຄາລົມລີ້ນ

ປາກມີສີນທັມໄວ້ ປະຈໍາໃຈນັ້ນຟັງຄ່ອງ

ທໍານອງຄໍາວາດເວົ້າ ຊືມເຂົ້າຢູ່ທີ່ໃຈ

ບໍ່ຈໍາເປັນຕ້ອງໃຊ້ ໃຫ້ສຽງສົ່ງດົງດັງ

ຈິດໃຈຟັງຄວາມຈິງ ບໍ່ເຊື່ອຊິງຄວາມຮ້າຍ

ການວາຈານັ້ນແທນໃຫ້ ອັນໃດດີເອົາມາຝາກ

ຄໍາປາກຕົງທ່ຽງໝັ້ນ ກັບໃຈນັ້ນເພິ່ນວ່າດີ

ກຽດສັກສີຈິ່ງເພີ້ມ ເຕີມຕື່ມຄຸນນະທັມ

ນໍາເອົາຄວາມດີງາມ ຊິໄຕ່ຕາມໃຫ້ເຈົ້າ

ຣາສີໃສບໍ່ມີເສົ້າ ເອົາສັຈຈະວາຈາກ່ອນ

ສະອອນຄໍາກ່າວຕ້ານ ຖ້າຂານຂໍ້ບໍ່ອົ່ງໂຕ

ຢ່າໄດ້ປາກປ່າວໂມ້ ໂວທ່າວ່າເຮົາສູງ

ເຫັນເພິ່ນຝູງບໍ່ເຄີຍເກງ ວ່າເກັ່ງກາຍເກີນພົ້ນ

ຄົນຊິເມີນໜີໜ້າ ວາຈາແຂງເພິ່ນປັດເຂັ່ຽ ເຈົ້າໃດ

ເສັຍຍ້ອນປາຍປາກລີ້ນ ຢາກປີນປັ້ມໃຫ້ໝູ່ລົງ ບໍ່ດີເດີ

ສຽງປະກາດໂປ້ງປ້າງ ກະດ້າງທ່າວາຈາແຂງ

ໃຫ້ສຽງແຮງເພື່ອຫວັງຜົນ ໃຫ້ທຸກຄົນນັບຖືເຈົ້າ

ຢ່າສູ່ເອົາມາໃຊ້ ຄົນທັງຫຼາຍຊິແໜງໜ່າຍ

ຄໍາເວົ້າອອກຈາກໃຈ ເປັນພຽງຄໍາສັ້ນໆ ຝູງຄົນນັ້ນຈຶ່ງເຊື່ອເຮົາ

ຄໍາເວົ້າຈົ່ງອ່ອນນ້ອມ ຖນອມຄ່າຈິດໃຈ

ຄະນິງໃນຄາຣະວະ ບາດກ່າວຈາຄວນຮູ້

ຈົ່ງເຊີດຊູສນອງໄວ້ ຜູ້ໃດສູງຜູ້ໃດຕໍ່າ

ສໍາຄັນຄໍາປາກເວົ້າ ສົມນາມເຈົ້າເຜົ່າຜູ້ດີ ທ່ານເອີຍ

*****************************************************************

ບາງຄົນມີປາກເວົ້າ ໄຮ້ຄວາມມ່ວນອອນຊອນໃຈ

ມີລັບລົມຄົມໃນ ທັ່ງແທງທັງປ້ອຍ

ມີຄໍາຄົມຄໍາສ້ອຍ ສອຍນໍາສວຍສຽດ

ມັກບັງບຽດແຂງຂົ່ມທ້າ ປັນຍາອ້າງວ່າແຕ່ໂຕ

ຊອບປາກດີປາກຮ້າຍ ປາກຊັດຫມັດຈາ

ໃຊ້ພາສາສະແດງຫລັກ ວ່າແຕ່ຕົນເຫັນແຈ້ງ

ໂວຫານແຂງບໍ່ຂັດຂ້ອງ ສມອງໄວໄຫລລ່ຽນ

ບໍ່ປ່ຽນຄົນຈາກຊາກ ເພາະຄໍາເວົ້າອ້າງແຕ່ໂຕ

ຢ່າໄດ້ມຸມົວເຍີ້ຍ ເວົ້າກຽດເຄືອງຂັດ

ຢ່າລັດລວງລົມຍົວະ ແຍ່ເຍີຍເຍີງມ້າງ

ຢ່າວາງແຜນນໍ້າລາຍຮ້ອນ ຫາຮອນຮານບັ່ນ

ຢ່າຍົວະຄົນຜິດກັນ ຢ່າສໍາສອ່ນກ່ອມກ້ຽວ ໃຫ້ຫມົດແຫນ້ນຢູ່ເຢັນ

ຢ່າເປັນຄົນປາກເວົ້າ ຄໍາເປົ່າເປັນຜິດ

ຢ່າຄິດອິດສາຊັງ ເພື່ອນຄົນຫັກລ້າງ

ຢ່າກໍ່ກອງກໍາສ້າງ ທາງອະບາຍໃຫ້ວາຍວອດ

ເວນຊິເຂາະຂອດນ້າວ ນໍາເນັ້ນຫນໍ່າຜູ້ທໍາ ແທ້ເດີ

*************************************************************************

ຄອຍແຕ່ບຸນ

ຄອຍແຕ່ບຸນມາຄ້ຳ ງານບໍ່ທຳມັນຊິແມ່ນ

ຄອຍແຕ່ແຖນແຕ່ງໃຫ້ ໃຈປອງສ້າງແມ່ນບໍ່ມີ

ແຖມເອົາດີທາງໄພ້ ການພະນັນເປັນໃຫຍ່

ມັນຫາກໃຫ້ທຸກແທ້ ບໍ່ມີໄດ້ດອກຢູ່ດີ

ສຸພາສິດນີ້ບອກໃຫ້ ໄດ້ຄີດຄວນສອນ

ເປັນອຸທາຫອນສອນໃຈ ໃຫ້ເຮົາຮຽນໄວ້

ພໍໃດ້ຈູງເຍືອງຫນ້າ ພາຊີວາໃຫ້ສຸກອຸ່ນ

ບຸນກຸສົນສ້າງໄວ້ ຈະໄປຄ້ຳເມື່ອທຳ

ຫາກຢ້ານດຳກໍ່າແຫຼ້ ສີຫຼ່າມົວຫມອງ

ຈິດມິປອງລອງທົນ ກົ້ນເຕັງຕອມໄພ້

ໃຜເດນໍ່ຊິປອງໃກ້ ເອົາມາດອກດອມຮ່ວມ

ຄວາມຫມັ່ນມີຢູ່ໄພ້ ໃຜເດຊິໃຫ້ຢູ່ດອມ ເດນໍ

ພໍ່ແມ່ເຄີຍຢ້ຳໄວ້ ໃຫ້ເບິ່ງມາກຫຼາຍ

ຢາມົວມອງພຽງກາຍ ຮ່າງຄີງພາຍນອກ

ຖ້າປອກເປັນຮີບປອກ ດູໃນໃຫ້ມັນແນ່

ຄັນວ່າແມ່ຂີ້ໄພ້ ຢາດອມໃກ້ໃຫ້ຫ່າງໄປ�ລູກເອຍ

ກ່ອນຂ້າເຄຍພານພໍ້ ໂຄສະກະເສດຖີ

ເງີນຄຳມີມາກຫຼາຍ ກ່າຍກອງເຕັມອັ້ນ

ງົວເປັນພັນຄວາມພ້ອມ ສະຫມຸນມີມາກແກ່ນ

ທັງແສນເມືອງພ້ອມຫນ້າ ຂຸນພົນພອ້ມພໍ່າກັນ

ອັນໂຄສະກະຕົນນັ້ນ ມັນຫມັ່ນຍາມຈົນ

ດົນໆມາມີເງີນ ໂລດເລົາເຊົາການຄ້າ

ຕໍ່ນັ້ນມາດອມໄພ້ ການພະນັນບັ້ນໃຫນ່

ມັນເລີຍໃຫ້ທຸກມອດ ບໍ່ມີຮອດບ່ອນຊິຕາຍ

ມັນຂາຍຫມົດລົດມ້າ ນາໄຮ່ພ້ອມຟາມສວນ

ເຫຼືອລົດຈິບຄັນດຽວ ລົດເອົາຈຳຊາວບ້ານ

ການບໍ່ທຳມັນນອນຖ້າ ແຄມພາອັ່ນວົງໄພ້

ມັນເລີຍໄດ້ທຸກປອດໆ ບໍ່ມີຮອດເຂົ້າຊິກີນ ຫັ້ນແລ

ນັ້ນມັນເກີດຈິງແທ້ ຕາມດັ່ງເຄີຍເຫັນ

ເລີຍເອົາເປັນຄວາມລົມ ສອນໃຈປະຊາເຊື້ອ

ເທື່ອຫາກເມື່ອພາຍຫນ້າ ພໍເອົາມາເຫຼົ່າຕໍ່

ໃຫ້ລູກຫລານແລະຫຼ້ອນ ອ່ອນນ້ອຍໄດ້ຄະນຶງ ແທ້ແລ້ວ