Monday, December 01, 2008

ມາສ້າງ folder ໃຫ້ກາຍເປັນ drive (Windows) ສຳລບັບທ່ານໃດທີ່ມີເນື້ອທີ່ drive ເຫລືອຫລາຍໆ ແຕ່ບໍ່ຢາກແບ່ງ partition ໃຫມ່ ຫລືໃຜທີ່ມັກຄວາມແປກໃຫມ່ ກໍ່ລອງເອົາໄປປ

ມາສ້າງ folder ໃຫ້ກາຍເປັນ drive (Windows)


ສຳລບັບທ່ານໃດທີ່ມີເນື້ອທີ່ drive ເຫລືອຫລາຍໆ ແຕ່ບໍ່ຢາກແບ່ງ partition ໃຫມ່ ຫລືໃຜທີ່ມັກຄວາມແປກໃຫມ່ ກໍ່ລອງເອົາໄປປະຍຸກໃຊ້ກະແລ້ວກັນ

ກ່ອນອື່ນກະລອງເປີດ my computer ຂຶ້ນມາ

ຕອນນີ້ກໍເຫັນເປັນປົກກະຕິເນາະ


ຕໍ່ໄປໃຫ້ທ່ານ ສ້າງ folder ທີ່ຕ້ອງການຈະໃຫ້ມາເປັນ drive
ໃນທີ່ນີ້ຂອງຂ້າພະເຈົ້າແມ່ນ E:\drivez


ຕໍ່ໄປໃຫ້ໃຊ້ຄຳສັ່ງ
ສະແດງເນື້ອຫາ ຂອບໃຈສຳລັບການສະແດງຄວາມຄິດເຫັນພາຍໃນກະທູ້.

subst.exe ຊື່drive ທີ່ຢູ່ຂອງ folder ທີ່ສ້າງໄວ
ໃນທີ່ນີ້ແມ່ນ subst.exe Z: E:\drivez






ແລ້ວກໍໄດ້ Drive Z ຂຶ້ນມາແລ້ວ ເປັນພາບຈຳລອງແຕ່ທີ່ຈິງແລ້ວ ມັນກໍ່ຢູ່ໃນ Folder E:\drivez ນັ້ນເອງ



ການເອົາ ອອກກກໍ່ພຽງແຕ່ໃຊ້ຄຳສັ່ງ subst.exe ຊື່Drive /d



ເປັນແນວໃດທ່ານ ງ່າຍບໍ່ລະ?

ດຸປິເຄດ ອີກລະ http://laozaa.com/forum/viewthread.php?tid=6422

Thursday, November 27, 2008

ມີຂີ່ແຕກ ດູປີເຂດ ຄອນເທັ້ນ

ວ່າດ້ວຍເລື່ອງຂອງ ມີ່ ເຂ້ ແຕກ

ພໍດີມື້ກ່ອນນັ້ນທ່ານ ຫມີ Hitmii ໄດ້ລາງວັນທີ່ ໑ ຈາກການປະກວດຄຳຖາມວິທະຍາສາມ ກະເລີຍໄປສະຫລອງກັນຫນ້ອຍຫນຶ່ງ


ມີທ່ານ ແອ (Defago) ທ່ານ ເບີດ (Birdflue.exe) ທ່ານ ໂຍ ກະພາກັນໄປ ແລະໄດ້ໂອກາດກໍເລີຍເອົາມາໃຫ້ເບິ່ງກັນ



ສັ່ງມາຕອນທຳອິດ ກະເປັນແບບນີ້ລະ







ຕໍ່ມາແມ່ນການປຸງ


ເສຍດາຍຫມີ ຖ່າຍຮູບແຈ່ວບໍ່ແຈ້ງ





ກິນອີ່ມລະ ວ່າຊັ້ນ





ທ່ານ ແອ ເສື້ອດຳ ທ່ານ ໂຍ ເສື້ອແດງ



ຫມົດແລ້ວເຫລືອແຕ່ກະດູກ







ອັນນີ້ແມ່ນຖ້ວຍທີ່ສອງຂອງທ່ານຫມີ






ແບບວ່າມັນເປັນມີ່ທີ່ສຸດຍອດສຳລັບທີມງານພວກເຮົາ ຊິ້ນເປື່ອຍ ກະແຊບ ກ້ຽວ ກະແຊບ ເສັ້ນກະຫນຸ້ມ ຊິ້ນຫມູແດງກະມີ


ເວົ້າມາລະຢາກໄປກິນອີກ


ອ້າ ລືມບອກໄປວ່າ ຈຸດພິເສດມັນແມ່ນທີ່ແຈ່ວເດີ້ ແຈ່ວນັ້ນລະ ພາໃຫ້ ເຂ້ ແຕກ ອິອິ




ເປັນຕາແຊບບໍ່ພີ່ນ້ອງ

Saturday, November 15, 2008

ຫມູເຮັດນາຫມາກິນເຂົ້າ

ເອົາມາແຖມໃຫ້ອີກອັນຫນຶ່ງ
ເພາະວ່າອັນນີ້ມັນຖືກກັບສະພາບແວດລ້ອມອ້ອມຂ້າງຂອງຂ້າພະເຈົ້າຫລາຍໆ


ຫມູເຮັດນາຫມາກິນເຂົ້າ:

ເພິ່ນເຄີຍບອກໃຫ້ຮູ້ ວ່າຫມູສ່າວນາເຟືອງ

ເປືອງແຕ່ເງງດັງດຸດ ກ່ອນຫວ່ານດໍາຕາກ້າ

ພາຍທ້າຍຫມາກິນເຂົ້າ ຫມູເຮົາຕ້ອງກິນແກບ

ແຊບບໍ່ແຊບກໍຫຍໍ້າ ເພາະເສັຍແຕ້ມໃຫ້ບັກດໍາ...ແລ້ວເດ

ເພິ່ນວ່າຄວາຍເບື່ອຫຍ້າ ຢ່າໄປຂົ່ມໃຫ້ເຂົາຫັກ...ມັນເດີ

ມັກແຕ່ມີໂມໂຫ ອວດຄຸນຄູຍໂມ້

ເອົາແຕ່ໂວຍໆເວົ້າ ເຂົາບໍ່ຍອມກໍຍັງຂົ່ມ

ສຸດທ້າຍຫນີບໍ່ມົ້ມ ໃຫ້ຄົນເຍີ້ຍທັບຖົມ...ເຈົ້າແລ້ວ

ເພິ່ນວ່າກົບອື່ງເພົ້າ ເຂົາໄປຄຸບຫັກຂາ...ໃສ່ຂ້ອງ

ຍ້ອນວ່າໂຕສຽງດັງ ຖືກຫິ້ວຂາໄປຈ້ອຍ

ຂ້ອຍວ່າພັງເພີຍເວົ້າ ໃຫ້ຄົນ້ຮົາລະວັງປາກ

ຄັນວ່າຄວນຈິ່ງເວົ້າ ບໍ່ຄວນເວົ້າກໍໃຫ້ເຊົາ...ດີຫຼາຍ

ຄົນໃດເຕະຕູດກົ້ນ ແລ້ວມາລູບຫລັງດີ...ພາຍຫຼັງ

ຄົນນີ້ມີສັນດານ ທ່ານຣະວັງເອົາໄວ້

ຂ້ອຍວ່າຄົນນິສັຍນີ້ ມີມາຍາບໍ່ເຂົ້າທ່າ

ໃຜຫາກພານພົບຫນ້າ ແນມໄວ້ຢ່າຫ່າງຕາ...ຣະວັງ.



ຫວ່າງໆ ໄປ ລັກ Copy ກາບກອນມາໃຫ້ອ່ານ


ແບບວ່າ ເອົາມາເກັບໄວ້ຊ່ວຍກັນຍ້ານມັນລຶບ


ສິ່ງທີ່ບໍ່ຄວນທໍາ:

ຢ່ານອນຕື່ນສວາຍ ຢ່າອາຍທໍາກິນ

ຢ່າຫມິ່ນເງິນນ້ອຍ ຢ່າຄອຍວາສນາ

ຢ່າເສນາຄົນຊົ່ວ ຢ່າມົ້ວອະບາຍມຸກ

ຢ່າສຸກກ່ອນຫ່າມ ຢ່າພລ້າມກ່ອນທໍາ

ຢ່າລໍາກ່ອນເພັງ ຢ່າຂົ່ມເຫັງຜູ້ນ້ອຍ

ຢ່າຄອຍແຕ່ປະຈົບ ຢ່າຄົບແຕ່ເສດຖີ

ຢ່າດີແຕ່ຕົວ ຢ່າຊົ່ວແຕ່ຄົນອື່ນ

ຢ່າຝືນຣະບຽບ ຢ່າເອົາປຽບສັງຄົມ

ຢ່າຊື່ນຊົມຄົນຜິດ ຢ່າຄິດເອົາແຕ່ໄດ້

ຢ່າໃສ່ຮ້າຍຄົນດີ ຢ່າກ່າວ ວະຈິມຸສາ

ຢ່ານິນທາພຣະເຈົ້າ ຢ່າຂລາດຂເລົາເມື່ອມີທຸກ

ຢ່າສຸກຈົນລືມຕົວ ຢ່າເກັງກົວງານຫນັກ

ເພິ່ນເວົ້າ ຂ້ອຍວ່າ

ພິ່ນວ່າຄັນບ້ວນປາກ ຫລືຄາກນໍ້າລາຍລົງ

ລອດບ່ອງເຮືອນໂຕເອງ ໃຫ້ເບິ່ງຄົນທາງພື້ນ

ຂືນຖົ່ມຕາມໃຈເຈົ້າ ເຕັມຫົວເຂົາທາງຕະລ່າງ

ປ່ອງຫວ່າງມີແທ້ໆ ຕາເຈົ້າໃຫ້ເລືອດແລ...ກ່ອນຖົ່ມ

ເພິ່ນວ່າເຕັ້ນຂ້າມຮ່ອງ ໃຫ້ແນມເບິ່ງກໍຫນາມ...ເສັຍກ່ອນ

ເຕັ້ນຮະຮາມຫນາມປັກ ຫາກປ່ວຍກາຍເສັຍລ້າ

ຂ້ອຍວ່າຄວນຣະວັງໄວ້ ໄປໃສຢ່າປະຫມາດ

ເດັດຂາດເຈົ້າຊິໄດ້ ຫວິດພົ້ນຜ່ານພັຍ...ອີຫຼີ

ເພິ່ນວ່າກິນລື່ນລົ້ນ ທ້ອງຕົນແຕກຄັກໆ

ຄັນແບກຫຼາຍຫຼັງຫັກ ຊັ້ນກໍງໍຂົດເຂົ້າ

ຂ້ອຍວ່າໂຕງໂຕຍເວົ້າ ໂລພາແລ້ວທ້ອງເນົ່າ

ເຫັນອັນໃດຍັດເຂົ້າ ເຕັມທ້ອງກໍບໍ່ເຊົາ

ເພິ່ນວ່າກ່ອນກ່າວເວົ້າ ໃຫ້ເຮົາຄິດຫລາຍໆ...ເສັຍກ່ອນ

ຖົ່ມນໍ້າລາຍລົງດິນ ແລ້ວຫາກເອົາຄືນຍາກ

ຄັນປາກຜິດໄປແລ້ວ ໃນໃຈແປ້ວບໍ່ມ່ວນ

ຂ້ອຍວ່າຄິດຖີ່ຖ່ວນ ຄວນແທ້ຈິ່ງຄ່ອຍຈາ

********************************************************

ໄມ້ລົ້ມໃຫ້ຂ້າມ ແຕ່ ຄົນລົ້ມບໍ່ໃຫ້ຂ້າມ

ຍາມເມື່ອລົມພັດໄມ້ ໄກວແກວງແຮງສູງ

ສ່ວນຍູງຍາງກໍ່ເລີຍຫັກ ຕ່າວລົງປັນຊິ້ນ

ຫັກລົງດິນແລ້ວຕັນໄວ້ ທາງເຄີຍໄປບໍ່ເຫັນປ່ອງ

ບາງຜ່ອງເດີນເລາະຂ້າງ ຍ້ອນລໍາໄມ້ນັ້ນທັບທາງ

ບາງຄົນເພິ່ນຢອງຂ້າມ ຂອນໃຫ່ຽຍຸງຍາງ

ບາງຄົນນໍາເອົາຂວານ ຖາກຖາງຕາງພ້າ

ບາງຄົນຫາເອົາໄດ້ ຕັດໄວນັ້ນຄືເລື່ອຍ

ໄມ້ລົ້ມເຫັນຢູ່ເລື້ອຍ ເພິ່ນຖາງຖິ້ມວ່າຮົກທາງ

ຕົ້ນໄມ້ຫັກທັບມ້າງ ມັນພັດຕ່າງກັບຄົນເຊ

ຍາມເຮືອນເພເຮືອນຫັກ ທັບລົງພໍພຽງໄມ້

ຍາມຄົນເສັຍໃຈລົ້ມ ເຊລົງຕົກຕະລ່າງ

ສອງຂ້າງແຂນຈ່ອງໄວ້ ທັງຂໍໃຫ້ເພິ່ນຊ່ວຍຊູ ແດ່ທ້ອນ

ຢ່າສູ່ເຢາະຢ່ອງຂ້າມ ຍາມຄົນຕ່າວເຊຊັກ

ຕົ້ນໄມ້ຫັກພາກັນຖາງ ແຕ່ຕ່າງຄົນເຊລົ້ມ

ເຈັບຣະທົມທັງຊໍ້າ ຕາດໍາໆມະນຸດຊາດ

ຍາມພະລາດລ່າວລົ້ມ ຫຍຸມຫຍ້າພັດບໍ່ທັນ ທ່ານເອີຍ

ຖ້າທ່ານເຫັນດັ່ງນັ້ນ ຢ່າໄປຕື່ມທັງໂຍນທັບ

ຄົນລົ້ມລົງບໍ່ທັນດັບ ໃຫ້ຮັບປົວເອົາໄວ້

ຄໍາວ່າຄົນກັບໄມ້ ຟັງໄປຄົນລະຢ່າງ

ຍຸງຍາງລົ້ມຈຶ່ງຄ່ອຍຂ້າມ ຍາມຄົນລົ້ມ ຈົ່ງຊ່ວຍຈູງ ແດ່ເດີ

*******************************************

ກະຕ່າຍໝາຍຈັນ.

ດວງຈັນເອີຍ !

ຈັ່ງແມ່ນແສງເຈົ້າກ້າ ສິບຫ້າຄໍ່າວັນເພັງ

ເຈົ້າເປັ່ງແສງເຕັມດວງ ຂ້ອຍເຝົ້າຫວງຈຶ່ງແຫງນຟ້າ

ກະຕ່າຍໝາຍໃຈຖ້າ ຄຽງກາຍາຜູ້ສູງສົ່ງ

ຖ້າເປັນຫົງ ຂ້ອຍຊິບິນເວີ່ນຜ່າຍ ກາຍໃກ້ໜ່ວຍພະຈັນ ແທ້ດາຍ

ກະຕ່າຍຝັນເຂົ້າໃກ້ ໄດ້ມາຮ່ວມຮຽງໝອນ

ອອນຊອນຈັນມີດາວ ສົ່ງແວວວາວລ້ອມ

ພ້ອມກັນລອຍຄຽງຂ້າງ ບໍ່ວາງຈັນໃຫ້ເຫີນຫ່າງ

ພະຈັນເຈົ້າຢູ່ກາງ ສັງມາງາມເດັ່ນຟ້າ ນະພາກ້ວາງສົ່ງແສງ ແທ້ເດ

ຄອຍຈົນທ້ອງຟ້າແຈ້ງ ວັນໃໝ່ພະຈັນຫາຍ

ໄປບໍ່ມີຄໍາລາ ກະຕ່າຍຄອຍຈົນເກີ້

ໃຈລະເມີນໍາເຈົ້າ ເຫຼືອພຽງເງົາແລ້ວກໍ່ຈາກ

ມາຝາກຄວາມຮັກໄວ້ ແລ້ວໄລຂ້າງຫ່າງໜີ

ກະຕ່າຍນ້ອຍໂຕນີ້ ມີແຕ່ສົ່ງກະແສໃຈ

ຖ້າເມື່ອໃດວັນເພັງ ເຈົ້າເປັ່ງສີໃສກ້າ

ດວງຈັນເອີຍ ຂ້ອຍຊິມາລໍຖ້າ ແຫງນນະພາຍາມແສງສົ່ງ

ດວງຈັນໃສຮົງໆ ກະຕ່າຍຫຼົງເຝົ້າຈ້ອງ ມອງເຈົ້າອີ່ມບໍ່ເປັນ ແທ້ດາຍ

***********************************************************************

ຈັນ ຕອບກະຕ່າຍ

ກະຕ່າຍເອີຍ!

ດວງຈັນລອຍຢູ່ຟ້າ ແສງກະຈ່າງລົງມາ

ມອງເບິ່ງໂລກາງາມ ກະຕ່າຍຕາມແລຈ້ອງ

ຈັນກໍຄອງຄອຍຖ້າ ມອງລົງມາຫາກະຕ່າຍ

ຈິດເຈົ້າໝາຍຜູກໝັ້ນ ຈັນພັດລ້ອມແຕ່ໝູ່ດາວ

ໃຈເຈົ້າຂາວສະອາດແທ້ ບໍ່ແປປ່ຽນໃນຮັກ

ສລັກລົງໃນໃຈ ຮັກໃດບໍ່ທຽມເຈົ້າ

ໃຈສອງເຮົາບໍ່ເຄີຍຮ້າງ ແຕ່ທາງເດີນສຸດແສນຫ່າງ

ຈັນກະຈ່າງຢູ່ຟ້າ ລົງມາໃຕ້ແມ່ນບໍ່ເປັນ

ດວງຈັນເດັ່ນຢູ່ຟ້າ ສິບຫ້າຄໍ່າວັນເພັງ

ໃຫ້ໂລກາມອງເຫັນ ສ່ອງແສງລົງໃຕ້

ນໍ້າຕາລິນໄຫຼຍ້ອຍ ຢາກລອຍລົງຫາກະຕ່າຍ

ຄືນເດືອນຫງາຍ ກະຕ່າຍມານັ່ງເຝົ້າ ຈັນເຈົ້າກໍ່ຫ່ວງຫາ ຢູ່ເດີ

ຄວາມຮັກນີ້ເທົ່າຟ້າ ນະພາຄູ່ຄຽງດິນ

ນະທີລິນໄຫຼນອງ ຄູ່ຂອງບໍ່ເຄີຍແລ້ງ

ນໍ້າໃຈເຮົາບໍ່ເຄີຍແຫ້ງ ແຮງໃຈຊາຍຜູ້ໝາຍອຸ່ນ

ບຸນບໍ່ໄດ້ຢູ່ສ້າງ ກໍຍັງໄດ້ຮ່ວມໃຈ ນັ້ນເດີ

ຊາດກ່ອນພຽງແຕ່ເກັບດອກໄມ້ ບໍ່ໄດ້ກິ່ນດົມດອມ

ບໍ່ໄດ້ຊົມມາລາຫອມ ຮ່ວມກັນກໍເລີຍຮ້າງ

ທາງເດີນມີສອງເສັ້ນ ແລເຫັນກັນທຸກເຊົ້າຄໍ່າ

ຈະຢູ່ສູງຫຼືຕໍ່າ ນໍ້າໃຈຮັກກໍ່ຍິ່ງແໜ້ນ ແສນເທົ້າເກິ່ງກັນ ແທ້ດາຍ

ກະຕ່າຍເອີຍ !

ເຈົ້າໝາຍຈັນຢູ່ຟ້າ ຢ່າຄິດວ່າພຽງຝັນ

ຄືນໃດຈັນເຕັມດວງ ຊິຄູ່ຄວງຄອງເຈົ້າ

ກະຕ່າຍໝາຍມາເຝົ່າ ເງົາງາມຊິເປັນຄູ່

ມາເປັນໝູ່ກະຕ່າຍນ້ອຍ ຜູ້ຄອຍຈ້ອງເບິ່ງພະຈັນ ແທ້ດາຍ

**********************************************************************************

ສັດສີ່ຕີນຍັງຮູ້ພະລາດ ນັກປາດຍັງຮູ້ຫຼົງ

ຫົງຄໍາຍັງຖືກບ້ວງ ຄວາຍເຖົ້າພັດຕື່ນໄຖ

ໂລກນີ້ ບໍ່ມີຫັຽງທ່ຽງໝັ້ນ ເໝືອນດັ່ງນີຣະພານ

ເກີດມາໃນສົງສານ ກໍ່ຕ່າງກັນພັນລີ້ນ

ແນວວ່າສັງຂານນີ້ ມີຕາຍມີເກີດ

ຄຸນປະເສີດລົ້ນຟ້າ ບິດາເຈົ້າພັດຫ່າງລາ

ພໍ່ ເປັນຜູ້ເກັ່ງກ້າ ບູຊາທ່ານຢູ່ໃນໃຈ ທ່ານເອີຍ

ເວລານານປານໃດ ຊິປ່ຽນໄວບໍ່ເຄີຍປີ້ນ

ຟ້າແລະດິນບໍ່ມີລົ່ມ ຈົມນາທີເປັນອ່າງ ດອກເດີ

ຢາດເຫື່ອພໍ່ເປັນທາງ ລູກຍ່າງໄປເບື້ອງໜ້າ ຫາລ້ຽງຊີບຕົນ

ຖ້າຄົນໃດຄິດຮ້າຍ ລືມຝ່າຍ ບິດາ

ແລ້ວໄລລາໜີປະ ປ່ອຍເລີຍຮາມຮ້າງ

ຕັດຂາດທາງສຸດແລ້ວ ໜີບິດາໃຫ້ເຫີນຫ່າງ

ທາງຊີວິດທ່ານຊິຮ້າງ ເວນຊິນໍາຈ່ອງຂ້າງ ຊິຄາງຮ້ອງຮັບແຕ່ກັມ ທ່ານເອີຍ

ປາກດີມີສີແກ່ຕົວ

ຂ້າຂໍໄຂກ່າວຂໍ້ ພໍຮູ້ຫອມຍາມເຫັນກັນ

ການວາຈາເປັນສໍາພັນ ແຕ່ຕ່າງກັນຄາລົມລີ້ນ

ປາກມີສີນທັມໄວ້ ປະຈໍາໃຈນັ້ນຟັງຄ່ອງ

ທໍານອງຄໍາວາດເວົ້າ ຊືມເຂົ້າຢູ່ທີ່ໃຈ

ບໍ່ຈໍາເປັນຕ້ອງໃຊ້ ໃຫ້ສຽງສົ່ງດົງດັງ

ຈິດໃຈຟັງຄວາມຈິງ ບໍ່ເຊື່ອຊິງຄວາມຮ້າຍ

ການວາຈານັ້ນແທນໃຫ້ ອັນໃດດີເອົາມາຝາກ

ຄໍາປາກຕົງທ່ຽງໝັ້ນ ກັບໃຈນັ້ນເພິ່ນວ່າດີ

ກຽດສັກສີຈິ່ງເພີ້ມ ເຕີມຕື່ມຄຸນນະທັມ

ນໍາເອົາຄວາມດີງາມ ຊິໄຕ່ຕາມໃຫ້ເຈົ້າ

ຣາສີໃສບໍ່ມີເສົ້າ ເອົາສັຈຈະວາຈາກ່ອນ

ສະອອນຄໍາກ່າວຕ້ານ ຖ້າຂານຂໍ້ບໍ່ອົ່ງໂຕ

ຢ່າໄດ້ປາກປ່າວໂມ້ ໂວທ່າວ່າເຮົາສູງ

ເຫັນເພິ່ນຝູງບໍ່ເຄີຍເກງ ວ່າເກັ່ງກາຍເກີນພົ້ນ

ຄົນຊິເມີນໜີໜ້າ ວາຈາແຂງເພິ່ນປັດເຂັ່ຽ ເຈົ້າໃດ

ເສັຍຍ້ອນປາຍປາກລີ້ນ ຢາກປີນປັ້ມໃຫ້ໝູ່ລົງ ບໍ່ດີເດີ

ສຽງປະກາດໂປ້ງປ້າງ ກະດ້າງທ່າວາຈາແຂງ

ໃຫ້ສຽງແຮງເພື່ອຫວັງຜົນ ໃຫ້ທຸກຄົນນັບຖືເຈົ້າ

ຢ່າສູ່ເອົາມາໃຊ້ ຄົນທັງຫຼາຍຊິແໜງໜ່າຍ

ຄໍາເວົ້າອອກຈາກໃຈ ເປັນພຽງຄໍາສັ້ນໆ ຝູງຄົນນັ້ນຈຶ່ງເຊື່ອເຮົາ

ຄໍາເວົ້າຈົ່ງອ່ອນນ້ອມ ຖນອມຄ່າຈິດໃຈ

ຄະນິງໃນຄາຣະວະ ບາດກ່າວຈາຄວນຮູ້

ຈົ່ງເຊີດຊູສນອງໄວ້ ຜູ້ໃດສູງຜູ້ໃດຕໍ່າ

ສໍາຄັນຄໍາປາກເວົ້າ ສົມນາມເຈົ້າເຜົ່າຜູ້ດີ ທ່ານເອີຍ

*****************************************************************

ບາງຄົນມີປາກເວົ້າ ໄຮ້ຄວາມມ່ວນອອນຊອນໃຈ

ມີລັບລົມຄົມໃນ ທັ່ງແທງທັງປ້ອຍ

ມີຄໍາຄົມຄໍາສ້ອຍ ສອຍນໍາສວຍສຽດ

ມັກບັງບຽດແຂງຂົ່ມທ້າ ປັນຍາອ້າງວ່າແຕ່ໂຕ

ຊອບປາກດີປາກຮ້າຍ ປາກຊັດຫມັດຈາ

ໃຊ້ພາສາສະແດງຫລັກ ວ່າແຕ່ຕົນເຫັນແຈ້ງ

ໂວຫານແຂງບໍ່ຂັດຂ້ອງ ສມອງໄວໄຫລລ່ຽນ

ບໍ່ປ່ຽນຄົນຈາກຊາກ ເພາະຄໍາເວົ້າອ້າງແຕ່ໂຕ

ຢ່າໄດ້ມຸມົວເຍີ້ຍ ເວົ້າກຽດເຄືອງຂັດ

ຢ່າລັດລວງລົມຍົວະ ແຍ່ເຍີຍເຍີງມ້າງ

ຢ່າວາງແຜນນໍ້າລາຍຮ້ອນ ຫາຮອນຮານບັ່ນ

ຢ່າຍົວະຄົນຜິດກັນ ຢ່າສໍາສອ່ນກ່ອມກ້ຽວ ໃຫ້ຫມົດແຫນ້ນຢູ່ເຢັນ

ຢ່າເປັນຄົນປາກເວົ້າ ຄໍາເປົ່າເປັນຜິດ

ຢ່າຄິດອິດສາຊັງ ເພື່ອນຄົນຫັກລ້າງ

ຢ່າກໍ່ກອງກໍາສ້າງ ທາງອະບາຍໃຫ້ວາຍວອດ

ເວນຊິເຂາະຂອດນ້າວ ນໍາເນັ້ນຫນໍ່າຜູ້ທໍາ ແທ້ເດີ

*************************************************************************

ຄອຍແຕ່ບຸນ

ຄອຍແຕ່ບຸນມາຄ້ຳ ງານບໍ່ທຳມັນຊິແມ່ນ

ຄອຍແຕ່ແຖນແຕ່ງໃຫ້ ໃຈປອງສ້າງແມ່ນບໍ່ມີ

ແຖມເອົາດີທາງໄພ້ ການພະນັນເປັນໃຫຍ່

ມັນຫາກໃຫ້ທຸກແທ້ ບໍ່ມີໄດ້ດອກຢູ່ດີ

ສຸພາສິດນີ້ບອກໃຫ້ ໄດ້ຄີດຄວນສອນ

ເປັນອຸທາຫອນສອນໃຈ ໃຫ້ເຮົາຮຽນໄວ້

ພໍໃດ້ຈູງເຍືອງຫນ້າ ພາຊີວາໃຫ້ສຸກອຸ່ນ

ບຸນກຸສົນສ້າງໄວ້ ຈະໄປຄ້ຳເມື່ອທຳ

ຫາກຢ້ານດຳກໍ່າແຫຼ້ ສີຫຼ່າມົວຫມອງ

ຈິດມິປອງລອງທົນ ກົ້ນເຕັງຕອມໄພ້

ໃຜເດນໍ່ຊິປອງໃກ້ ເອົາມາດອກດອມຮ່ວມ

ຄວາມຫມັ່ນມີຢູ່ໄພ້ ໃຜເດຊິໃຫ້ຢູ່ດອມ ເດນໍ

ພໍ່ແມ່ເຄີຍຢ້ຳໄວ້ ໃຫ້ເບິ່ງມາກຫຼາຍ

ຢາມົວມອງພຽງກາຍ ຮ່າງຄີງພາຍນອກ

ຖ້າປອກເປັນຮີບປອກ ດູໃນໃຫ້ມັນແນ່

ຄັນວ່າແມ່ຂີ້ໄພ້ ຢາດອມໃກ້ໃຫ້ຫ່າງໄປ�ລູກເອຍ

ກ່ອນຂ້າເຄຍພານພໍ້ ໂຄສະກະເສດຖີ

ເງີນຄຳມີມາກຫຼາຍ ກ່າຍກອງເຕັມອັ້ນ

ງົວເປັນພັນຄວາມພ້ອມ ສະຫມຸນມີມາກແກ່ນ

ທັງແສນເມືອງພ້ອມຫນ້າ ຂຸນພົນພອ້ມພໍ່າກັນ

ອັນໂຄສະກະຕົນນັ້ນ ມັນຫມັ່ນຍາມຈົນ

ດົນໆມາມີເງີນ ໂລດເລົາເຊົາການຄ້າ

ຕໍ່ນັ້ນມາດອມໄພ້ ການພະນັນບັ້ນໃຫນ່

ມັນເລີຍໃຫ້ທຸກມອດ ບໍ່ມີຮອດບ່ອນຊິຕາຍ

ມັນຂາຍຫມົດລົດມ້າ ນາໄຮ່ພ້ອມຟາມສວນ

ເຫຼືອລົດຈິບຄັນດຽວ ລົດເອົາຈຳຊາວບ້ານ

ການບໍ່ທຳມັນນອນຖ້າ ແຄມພາອັ່ນວົງໄພ້

ມັນເລີຍໄດ້ທຸກປອດໆ ບໍ່ມີຮອດເຂົ້າຊິກີນ ຫັ້ນແລ

ນັ້ນມັນເກີດຈິງແທ້ ຕາມດັ່ງເຄີຍເຫັນ

ເລີຍເອົາເປັນຄວາມລົມ ສອນໃຈປະຊາເຊື້ອ

ເທື່ອຫາກເມື່ອພາຍຫນ້າ ພໍເອົາມາເຫຼົ່າຕໍ່

ໃຫ້ລູກຫລານແລະຫຼ້ອນ ອ່ອນນ້ອຍໄດ້ຄະນຶງ ແທ້ແລ້ວ

ຫນ້າສົນໃຈຫລາຍ ເມື່ອ ຫ້ອງ lab ຂອງ ເອເຣັກໂຕຣ ລົງ Linux fedora

ຫນ້າສົນໃຈຫລາຍ ເມື່ອ ຫ້ອງ lab ຂອງ ເອເຣັກໂຕຣ ລົງ Linux fedora

ຫລັງຈາກທີ່ຂ້າພະເຈົ້າໄປຮຽນ ເຊື່ອມຕໍ່ທີ່ນີ້ກໍມີໂອກາດໄດ້ເຂົ້າແລັບ ແລະ ກໍ່ຕ້ອງຕະລຶງເມື່ອສັງເກດເຫັນວ່າ ລະບົບປະຕິບັດງານໃນທີ່ບູດຂຶ້ນມານັ້ນເປັນລະບົບປະຕິບັດງານລິນຸກ

ເຂົ້າມາລະ


ໂລໂກ້ອັນສວຍສົດງົດງາມ


ຫນ້າ Login





ແລະ ສຸດທ້າຍກໍ່ໄດ້ ຄູ່ກັບ ubuntu 8.10 ຂອງຂ້າພະເຈົ້າເອງ

ref: http://www.laozaa.com

Sunday, October 26, 2008

ເຫດເກີດຈາກການມົ້ວອີກແລ້ວ ທີ່ NAST

ເມື່ອກ່ອນມາເຮົາກະຄິດແລະຈິນຕະນາການ(ໄປເອງ) ວ່າ Server ຂອງ Data Center ລະດັບປະເທດຄືຈະໃຫຍ່ເອົາແທ້ໆ
ແຕ່ພໍໄດ້ມາເຮັດວຽກທີ່ກະຊວງກະສິກຳ ກໍມີໂອກາດໄດ້ເຂົ້າໄປທີ່ Data center ເພາະ Website ຂອງກະຊວງ maf.gov.la ແມ່ນຝາກໄວ້ທີ່ NAST ແຕ່ເນື່ອງດ້ວຍວ່າ Remote FTP ບໍ່ໄດ້ ກໍເລີຍຕ້ອງໄດ້ເອົາ Web ໃສ່ HDD ໄປໃຫ້ພະນັກງານໃນນັ້ນ Upload ໃຫ້

ການ Upload ເປັນໄປແບບລຽບງ່າຍ ກໍຄືການ Upload ແບບ ssh ແລ້ວ Copy ເອົາ File ໄປໄວ້ນັ້ນລະທີ່ເຮົາຄິດ
ແຕ່ຫລັງຈາກນັ້ນກໍ່ໄດ້ ຍ້າຍ Server ໄປໄວ້ທີ່ອື່ນ

ແຕ່ມາຊ່ວງຫນຶ່ງພໍດີມີຄົນຮູ້ຈັກກະເຈົ້າໄດ້ມາຖາມວ່າລະບົບຈັກເປັນຫຍັງ ເພີ່ມ xx.com.la ບໍ່ໄດ້
ເຮົາກະບໍ່ຈັກຊິວ່າ ເພາະບໍ່ເຫັນກັບຕາ ແລ້ວຍັງໄດ້ຮູ້ໄດ້ອີກວ່າ ການເພີ່ມ DNS ຍັງໄດ້ອາໄສ ການ Add ແບບ Command ອີກ - -* ແນວນີ້ຫວາ? ລະບົບ ລະດັບປະເທດ??????

ຂະຫນາດວ່າ ລະບົບ ເຊົ່າ Hosting ນ້ອຍໆ ກະເຈົ້າຍັງມີ Control Penal ໃຫ້ຫມົດແລ້ວດຽວນີ້ນະ
ເຮົາກະຍັງງົງວ່າ ເງິນ ໄປຢູ່ໃສຫມົດ ແຕ່ກະບໍ່ມີໃຫຕອບ

ຂ້າພະເຈົ້າກໍເລີຍອາສາເຂົ້າໄປເບີ່ງໃຫ້ ຈັກແນວໃດ ເຮົາກະບໍ່ຮູ້ຈັກລະບົບ Red Hat ດີພໍປານໃດ
ພໍເຂົ້າໄປກໍມົ້ວໆໆ ໃນ namd.conf , ແລະ ພວກໄຟລ zone ອື່ນໆ
ຕອນນີ້ເຮົາກະງົງວ່າມັນເປັນຫຍັງ ບໍ່ໄດ້ເພາະ ເວັບອື່ນໆ ກະຍັງໄດ້ ທີ່ເປັນ .com.la ແຕ່ຍັງມີເວັບດຽວທີ່ບໍ່ໄດ້ນັ້ນຄື
dhl.com.la ເພາະວ່າເວັບນີ້ເປັຍ Load balance Server ແລະ DNS ກໍຊີ້ໄປທີ່ ns2 ns4 ns6 ສົງໃສມັກ ເລກຄູ່
ແຕ່ບັນຫາຄື Server nast ພັດບໍ່ຮູ້ວ່າ ຊີ້ໄປ ns ບໍ່ໄດ້ ເຮົາກະງົງ ແລ້ວກະເລີຍຊີ້ໄປຫາ IP web ສາລະກະແລ້ວ

ສັງເກດວ່າເຂົ້າໄດ້ລະ www.dhl.com.la ແຕ່ເວນ ລືມໃສ່ CNAME www ໃຫ້ມັນ
ດຽວມື້ອື່ນບອກຄົນໃນນັ້ນໄປແກ້ກ່ອນ

ເອົາເປັນວ່າມາຈົ່ມຊື່ໆ ໃຈເຮົາລະຢາກໃຫ້ລະບົບຂອງລະດັບປະເທດມັນດີຂຶ້ນກວ່ານີ້ແດ່ ເພາະວ່າມັນເປັນປັດໃຈຫນຶ່ງທີ່ເຮັດໃຫ້ວົງການ IT ບ້ານເຮົາພັດທະນາໄປໄດ້
ໂດຍສະເພາະເລື່ອງ Open Source ນີ້ແຫ່ງວ່າໄປໃຫຍ່ບໍ່ສັງເກດເຫັນຄົນໃນພາກນີ້ມາສົນໃຈເລີຍ

ຈົ່ມຍາວຫລາຍຈົບກ່ອນສາ

Tuesday, October 21, 2008

Lao Sticky Rice Box

ໄປຕັກບາດວັນອອກພັນສາ ກະເລີຍເກັບຕົກເອົາຮູບຂັນແລະ ຕິບເຂົ້າມາໃຫ້ພີ່ນ້ອງໄດ້ເບິີ່ງກັນ
ເພາະທຸກມື້ອນີ້ຫາຢາກທີ່ພົບເຫັນໃນ












































































ບໍ່ຄິດອອກແນວຊິເວົ້າ ເອົາເປັນວ່າເບິ່ງພາບເອົາກະແລ້ວກັນ

ຄວາມຄືບຫນ້າຂອງການພັດທະນາລະບົບ ubuntu ໃນລາວ

ຄວາມຄືບຫນ້າຂອງການພັດທະນາລະບົບ ubuntu ໃນລາວ

ຫລັງຈາກທີ່ທີມ Laoubuntu ເຊິ່ງກໍຄືທີມ Laozaa ເຮົານີ້ເອງ ທີ່ໄດ້ໄປຝຶກອົບຮົມການສ້າງ Ubuntu ໃນແບບສະບັບຂອງໂຕເອງ ຫລື່ ໃນຫົວຂໍ້ການຝຶກອົບຮົມທີ່ວ່າ UbuntuClub Training11 (Ubuntu from Scratch) ແລະ ຜົນພວງທີ່ໄດ້ຈາກການຝຶກອົບຮົມ ທີມ Laoubntu ກໍສາມາດສ້າງສັນຫນ້າຕາຜົນງານແບບຄ້າວໆ ມາໃຫ້ເຮົາໄດ້ເຫັນໃນແບບ Live CD ແລະ .ISO ແບບພ້ອມຕິດຕັ້ງໄດ້ເລີຍ ເຊິ່ງກໍມີທີມງານ Ubuntuclub ຈາກປະເທດໄທມາໃຫ້ຄຳແນະນຳແບບສະເພາະກິດ ສະນັ້ນມາເບິ່ງຜົນງານຂອງເພິ່ນນຳກັນເລີຍ

ຮູບຫນ້າlogin


package ພາສາກໍ່ມາເປັນພາສາຫລັກ







ບັນຍາກາດໃນທີ່ພັກ ເຊິ່ງມີທີມ Ubuntuclub ມາສົມທົບນຳ


Text Mode






ຈັ່ງໃດກໍຂໍຊົມເຊີຍອ້າຍນ້ອງເຮົາທີ່ມີຄວາມພະຍາຍາມ

ທີ່ມາ: Laoubuntu

Wednesday, August 27, 2008

ປັບປຸງເວັບໃຫມ່ Lao Web hosting dot com

ກະບໍ່ມີຫຍັງຫລາຍ ພຽງແຕ່ປັບປຸງລະບົບ ໃຫ້ເປັນລະບຽບຂື້ນ ແລະ ເພີ່ມການບໍລິການລົງໄປ ອີກ ດັ່ງນີ້:

ລາວເວັບໂຮສຕິ້ງ ແມ່ນ ຜູ້ໃຫ້ບໍລິການ Web Server ທີ່ໃຫ້ບໍລິການເປັນ Web Hosting ເປັນເວັບໄຊທີ່ໃຫ້ບໍລິການຝາກພື້ນທີ່ເວັບ ພ້ອມໃຫ້ຟຣີໂດເມນເນມສຳລັບທຸກໆ Plan
ບໍລິການຫລັງການຂາຍ 24 ຊົວໂມງ ພ້ອມໃຫ້ຄຳປຶກສາໃນແນວທາງການວາງລະບົບ Website ຂອງທ່ານ.
Lao Web Hosting
ຍັງໄດ້ຮັບຄວາມໄວ້ວາງໃຈຈາກສະຖາບັນການສຶກສາ, ວິທະຍາໄລ, ອົງການ, ຫ້າງຮ້ານຕ່າງໆ ໃນການຝາກພື້ນທີ່ເວັບໄຊ ແລະ ຖານຂໍ້ມູນໄວ້ທີ່ເຄື່ອງ Server ຂອງພວກເຮົາ

Lao Web Hosting ບໍລິການ​ຮັບ​ຝາກ​ເວັບ​ໄຊ ໂດຍ​ທ່ານ​ບໍ່​ຕ້ອງ​ລົງ​ທຶນຊື້​ ​ເຊີ​ເວີ ເອງ ພ້ອມ​ເຄື່ອງ​ມື​ໃນ​ການ​ບໍລິຫານ​ຈັດການ ເວັບ​ໄຊ ງ່າຍໆ ດ້ວຍ​ຕົວ​ເອງ ​ເຂົ້າ​ໃຊ້​ງານໄດ້​ຢ່າງວ່ອງໄວ​ ຜ່ານ​ເຄືອ​ຂ່າຍ​ອິນ​​ເຕີເນັດ​ຄວາມ​ໄວ​ສູງ ທີ່​ມີ​ຄຸນ​ນະພາ​ບ ​​ແລະ ມີ​ມາດຕະຖານ ຂອງ​ຜູ້​ໃຫ້​ບໍລິການ ອິນ​​ເຕີ​ເນັດ ຄຸນນະພາບ​ພ້ອມ​ລະບົບ​ການ​ເຝົ້າ​ລະວັງ ຕະຫລອດ 24 ຊົ່ວ​ໂມງ

UTF-8,TIS620 Database support Traffic Management System
ລະບົບ Database ໃນ Server ຂອງພວກເຮົາ Support UTF-8
ແລະ ລະບົບ Database ຂອງພວກເຮົາ ສາມາດໃຊ້ໄດ້ UTF-8, TIS620 ໄດ້
ທັງ MySQL 5, Apache 2, Php 5

ເນື່ອງດ້ວຍວ່າ ພາສາລາວ ທີ່ໃຊ້ໃນເວັບໄຊ້ຕ້ອງການ Encode ເປັນ UTF-8
ສະນັ້ນ ທາງພວກເຮົາຈຶ່ງໄດ້ຈັດການຕັ້ງຄ່າລະບົບເພື່ອໃຫ້ ຮອງຮັບ ພາສາລາວ
ໃນເວັບໄຊ້ໄດ່້ຢ່າງສົມບູນແບບທີ່ສຸດ

ບໍລິການຈັດການປັນຫາ ການໃຊ້ງານ Internet ໃນອົງກອນຂອງທ່ານ
ເພື່ອຫລຸດຜ່ອນປັນຫາເນັດຫລຸດ ແລະ ເນັດຊ້າ ພ້ອມທັງລະບົບກວດສອບ
ຄວາມປອດໄພ ຂອງ Gatewayແລະ ອື່ນໆ
  • Internet Gateway
  • Proxy Server ຊ່ວຍຈື່ຫນ້າເວັບເພື່ອຫລຸດຜ່ອນການໂຫລດ
  • Block Bitterent ປ້ອງກັນຄົນໃນວົງແລນໂຫລດບິດ
  • Block Web Site , ກຳນົດການໃຊ້ງານເວັບໄຊ້
  • Scan Virus HTTP ລະບົບກວດສອບໄວຣັດຂາເຂົ້າ
  • Scan Email Pop3 ກວດກາ spam mail
  • ກຳນົດການໃຊ້ງານ Internet ເປັນລາຍບຸກຄົນ ລາຍເຄື່ອງ



ເບີ່ງລາຍລະອຽດເພີ່ມເຕີມໄດ້ທີ່ http://laowebhosting.com/

http://laozaa.com