Wednesday, August 27, 2008

ປັບປຸງເວັບໃຫມ່ Lao Web hosting dot com

ກະບໍ່ມີຫຍັງຫລາຍ ພຽງແຕ່ປັບປຸງລະບົບ ໃຫ້ເປັນລະບຽບຂື້ນ ແລະ ເພີ່ມການບໍລິການລົງໄປ ອີກ ດັ່ງນີ້:

ລາວເວັບໂຮສຕິ້ງ ແມ່ນ ຜູ້ໃຫ້ບໍລິການ Web Server ທີ່ໃຫ້ບໍລິການເປັນ Web Hosting ເປັນເວັບໄຊທີ່ໃຫ້ບໍລິການຝາກພື້ນທີ່ເວັບ ພ້ອມໃຫ້ຟຣີໂດເມນເນມສຳລັບທຸກໆ Plan
ບໍລິການຫລັງການຂາຍ 24 ຊົວໂມງ ພ້ອມໃຫ້ຄຳປຶກສາໃນແນວທາງການວາງລະບົບ Website ຂອງທ່ານ.
Lao Web Hosting
ຍັງໄດ້ຮັບຄວາມໄວ້ວາງໃຈຈາກສະຖາບັນການສຶກສາ, ວິທະຍາໄລ, ອົງການ, ຫ້າງຮ້ານຕ່າງໆ ໃນການຝາກພື້ນທີ່ເວັບໄຊ ແລະ ຖານຂໍ້ມູນໄວ້ທີ່ເຄື່ອງ Server ຂອງພວກເຮົາ

Lao Web Hosting ບໍລິການ​ຮັບ​ຝາກ​ເວັບ​ໄຊ ໂດຍ​ທ່ານ​ບໍ່​ຕ້ອງ​ລົງ​ທຶນຊື້​ ​ເຊີ​ເວີ ເອງ ພ້ອມ​ເຄື່ອງ​ມື​ໃນ​ການ​ບໍລິຫານ​ຈັດການ ເວັບ​ໄຊ ງ່າຍໆ ດ້ວຍ​ຕົວ​ເອງ ​ເຂົ້າ​ໃຊ້​ງານໄດ້​ຢ່າງວ່ອງໄວ​ ຜ່ານ​ເຄືອ​ຂ່າຍ​ອິນ​​ເຕີເນັດ​ຄວາມ​ໄວ​ສູງ ທີ່​ມີ​ຄຸນ​ນະພາ​ບ ​​ແລະ ມີ​ມາດຕະຖານ ຂອງ​ຜູ້​ໃຫ້​ບໍລິການ ອິນ​​ເຕີ​ເນັດ ຄຸນນະພາບ​ພ້ອມ​ລະບົບ​ການ​ເຝົ້າ​ລະວັງ ຕະຫລອດ 24 ຊົ່ວ​ໂມງ

UTF-8,TIS620 Database support Traffic Management System
ລະບົບ Database ໃນ Server ຂອງພວກເຮົາ Support UTF-8
ແລະ ລະບົບ Database ຂອງພວກເຮົາ ສາມາດໃຊ້ໄດ້ UTF-8, TIS620 ໄດ້
ທັງ MySQL 5, Apache 2, Php 5

ເນື່ອງດ້ວຍວ່າ ພາສາລາວ ທີ່ໃຊ້ໃນເວັບໄຊ້ຕ້ອງການ Encode ເປັນ UTF-8
ສະນັ້ນ ທາງພວກເຮົາຈຶ່ງໄດ້ຈັດການຕັ້ງຄ່າລະບົບເພື່ອໃຫ້ ຮອງຮັບ ພາສາລາວ
ໃນເວັບໄຊ້ໄດ່້ຢ່າງສົມບູນແບບທີ່ສຸດ

ບໍລິການຈັດການປັນຫາ ການໃຊ້ງານ Internet ໃນອົງກອນຂອງທ່ານ
ເພື່ອຫລຸດຜ່ອນປັນຫາເນັດຫລຸດ ແລະ ເນັດຊ້າ ພ້ອມທັງລະບົບກວດສອບ
ຄວາມປອດໄພ ຂອງ Gatewayແລະ ອື່ນໆ
  • Internet Gateway
  • Proxy Server ຊ່ວຍຈື່ຫນ້າເວັບເພື່ອຫລຸດຜ່ອນການໂຫລດ
  • Block Bitterent ປ້ອງກັນຄົນໃນວົງແລນໂຫລດບິດ
  • Block Web Site , ກຳນົດການໃຊ້ງານເວັບໄຊ້
  • Scan Virus HTTP ລະບົບກວດສອບໄວຣັດຂາເຂົ້າ
  • Scan Email Pop3 ກວດກາ spam mail
  • ກຳນົດການໃຊ້ງານ Internet ເປັນລາຍບຸກຄົນ ລາຍເຄື່ອງ



ເບີ່ງລາຍລະອຽດເພີ່ມເຕີມໄດ້ທີ່ http://laowebhosting.com/

http://laozaa.com

Monday, August 18, 2008

Os555 ໄປສວນ

ພໍດີມື້ວັນເສົາ ກະໄດ້ຮັບຄຳສັ່ງວ່າ ມື້ອື່ນ(ວັນອາທິດ)ໄປສວນເດີ້ ມີວຽກຫຍັງກະໄປມື້ນີ້ໄວ້ ເມື່ອໄດ້ຍິນແນວນັ້ນຂ້າພະເຈົ້າກໍເອິ້ນນັດປະຊຸມກັບ ພີ່ນ້ອງ Laozaa ໃນວັນເສົາ ເພາະ ປົກກະຕິແມ່ນ ລວມກັນວັນອາທິດ

ເມື່ອຕອນເຊົ້່າຂອງວັນອາທິດ ຂ້າພະເຈົ້າກໍຕື່ນມາແຕ່ເຊົ້າໆ ເພື່ອຊັກເຄື່ອງໄວ້ ດີແດ່ ຝົນບໍ່ຕົກ ແລ້ວກະເອົາໃຫ້ຫລານຕາກໃຫ້ ກິກິກິ

ເມື່ອອອກເດີນທາງໄປ ກະລົມກັບເອື້ອຍວ່າ ບໍ່ມີຕູບຫວາ? ແລ້ວ ອ້າຍເຂີຍ ກະ ຄິດອອກວ່າວ່າໄປແວ່ຊື້ຕູບນ້ອຍໄປນັ່ງກະດີ
ແວະໄປ ແຖວດົງໂດກ ພໍດີເຫັນ

ເອີ້ ລືມບອກໄປວ່າ ສວນຢູ່ຫນອງພະຍາ ນີ້ເອງ

ແລ້ວກະໄດ້ ກະຕູບໄປນັ່ງ ແບບນີ້ລະ


ຕັດຫຍ້າຈົນປວດຫລັງຫມົດ (ແບບວ່າບໍ່ໄດ້ເຮັດວຽກຫນັກດົນ)








Thursday, August 14, 2008

ນຳຖ້ວມ ລົງໄປຊ່ວຍພີ່ນ້ອງ ເມືອງຫາດຊາຍຟອງ ສ້າງຄູກັນນ້ຳ

ນຳຖ້ວມ ລົງໄປຊ່ວຍພີ່ນ້ອງ ເມືອງຫາດຊາຍຟອງ ສ້າງຄູກັນນ້ຳ


ເບິ່ງແຕ່ຮູບ ບໍ່ມີຄຳບັນຍາຍ