Monday, July 10, 2006

+ ຂໍອະທິບາຍໂດຍຕົວຢ່າງຈາກເວບ Boxchart.com ເປັນເວບທີ່ຂ້ອຍໃຊ່ຢູ່ເດີ
+ ຫັລງຈາກທີ່ເຈົ້າໄດ້ໄປຫາໂຫລດ ໂປຣແກຣມ Ws_FTP Pro ມາແລ້ວ ແລະ ຕິດຕັ້ງຕາມປົກກະຕິ
+ຈາກນັ້ນເຂົ້າມາໃນໂປຣແກຣມ ຈະປາກົດຫນ້າຕາດັ່ງລຸ່ມນີ້ ໃຫ້ເຈົ້າຕັ້ງຄ່າຕາມເລກທີ່ຂ້ອຍຂຽນໄວ້ໃນຮູບ ເລີຍ../












ອະທິບາຍຫມາຍເລກ
ເລກ 1 ແມ່ນໃສ່ຊື່ FTP Server ເຊິ່ງທີ່ນີ້ເຮົາໃຊ້ຂອງ Boxchart.com .
ເລກ 2 ແມ່ນໃສ່ຊື່ User name ທີ່ເຈົ້າສະຫມັກໄວ້ ຂອງຂ້ອຍແມ່ນ Os555
ເລກ 3 ແມ່ນໃສ່ Password ທີ່ມັນສົ່ງມາໃຫ້ທາງ ອີເມລ 231055os ປະມານນີ້
ເລກ 4 ແມ່ນໃສ່ຊື່ Port ທີ່ຈະໃຊ້ໃນການສົ່ງຂໍ້ມູນ ເຊິ່ງມາດຕະຖານແມ່ນ 21 ສຳລັບ FTP ( File Transfer Protocol )
ເລກ 5 ກົດປຸ່ມ GO ເພື່ອ Connect ເຂົ້າຫາ Server/












+ ຫລັງຈາກທີ່ Connect ສຳເລັດ ຈະປາກົດມີ Folder Public_html ສຳລັບເກັບຫນ້າເວບຂອງເຮົາ
+ ຈາກນັ້ນໃຫ້ເຂົ້າໄປໃນ Folder Public_html . ເຊິ່ງທາງໃນຈະມີ File index.html ຢູ່ຫັ້ນກ່ອນແລ້ວ ໃຫ້ທຳການລຶບ ໂດຍ ກົດ Delete ..
+ ຈາກນັ້ນເລືອກຫາ File ຂອງ ເວບ ທີ່ເຮົາໄດ້ສ້າງໄວ້ ໃນເຄື່ອງ ເລືອກໄຟລທີ່ຈະ Uploadແລ້ວກໍ່ກົດປຸ່ມUpload ( ເລກ 7)
+ ອາດຈະ Upload ເທື່ອລະ file ຫລື Select all ແລ້ວກົດອັບໂຫລດບາດດຽວກະໄດ້ແຕ່ອາດໃຊ້ເວລາດົນກວ່າ

ອະທິບາຍຫມາຍເລກ
ເລກ 5 ແມ່ນ ໃຫ້ເຂົ້າໄປໃນ Folder Public_html ໂດຍ Double click ຄືກັບເປີດ folder ທຳມະດາ
ເລກ 6 ແມ່ນ ໃຫ້ເລືອກ File web ທີ່ເຈົ້າສ້າງໄວ້ຢູ່ໃນເຄື່ອງເພື່ອ Upload ສູ່ Server
ເລກ 7 ແມ່ນປຸ່ມທີ່ໃຊ້ສຳລັບ Upload files ຫລັງຈາກທີ່ເລືອກ file ໄວ້ແລ້ວ

ໝາຍເຫດ : file index.html ຕ້ອງເປັນຕົວພິມນ້ອຍທັງຫມົດ
ການເປີດເວບແມ່ນໃຫ້ພິມຕາມນີ້ http://ຊື່ເຮົາ.boxchart.com ບໍມີ www

No comments: