Saturday, November 15, 2008

ຫມູເຮັດນາຫມາກິນເຂົ້າ

ເອົາມາແຖມໃຫ້ອີກອັນຫນຶ່ງ
ເພາະວ່າອັນນີ້ມັນຖືກກັບສະພາບແວດລ້ອມອ້ອມຂ້າງຂອງຂ້າພະເຈົ້າຫລາຍໆ


ຫມູເຮັດນາຫມາກິນເຂົ້າ:

ເພິ່ນເຄີຍບອກໃຫ້ຮູ້ ວ່າຫມູສ່າວນາເຟືອງ

ເປືອງແຕ່ເງງດັງດຸດ ກ່ອນຫວ່ານດໍາຕາກ້າ

ພາຍທ້າຍຫມາກິນເຂົ້າ ຫມູເຮົາຕ້ອງກິນແກບ

ແຊບບໍ່ແຊບກໍຫຍໍ້າ ເພາະເສັຍແຕ້ມໃຫ້ບັກດໍາ...ແລ້ວເດ

ເພິ່ນວ່າຄວາຍເບື່ອຫຍ້າ ຢ່າໄປຂົ່ມໃຫ້ເຂົາຫັກ...ມັນເດີ

ມັກແຕ່ມີໂມໂຫ ອວດຄຸນຄູຍໂມ້

ເອົາແຕ່ໂວຍໆເວົ້າ ເຂົາບໍ່ຍອມກໍຍັງຂົ່ມ

ສຸດທ້າຍຫນີບໍ່ມົ້ມ ໃຫ້ຄົນເຍີ້ຍທັບຖົມ...ເຈົ້າແລ້ວ

ເພິ່ນວ່າກົບອື່ງເພົ້າ ເຂົາໄປຄຸບຫັກຂາ...ໃສ່ຂ້ອງ

ຍ້ອນວ່າໂຕສຽງດັງ ຖືກຫິ້ວຂາໄປຈ້ອຍ

ຂ້ອຍວ່າພັງເພີຍເວົ້າ ໃຫ້ຄົນ້ຮົາລະວັງປາກ

ຄັນວ່າຄວນຈິ່ງເວົ້າ ບໍ່ຄວນເວົ້າກໍໃຫ້ເຊົາ...ດີຫຼາຍ

ຄົນໃດເຕະຕູດກົ້ນ ແລ້ວມາລູບຫລັງດີ...ພາຍຫຼັງ

ຄົນນີ້ມີສັນດານ ທ່ານຣະວັງເອົາໄວ້

ຂ້ອຍວ່າຄົນນິສັຍນີ້ ມີມາຍາບໍ່ເຂົ້າທ່າ

ໃຜຫາກພານພົບຫນ້າ ແນມໄວ້ຢ່າຫ່າງຕາ...ຣະວັງ.



No comments: