Wednesday, February 11, 2009

ຮ່ວມໂຄງການແປພາສາລາວ

ຮ່ວມໂຄງການແປພາສາລາວ

ຂ້າພະເຈົ້າໃນນາມຕາງຫນ້າ ທີມງານ ລາວຊ້າ ຂໍເຊີນຊວນພໍ່ແມ່ພີ່ນ້ອງ ເຂົ້າຮ່ວມໂຄງການແປ ຊອບແວຣ ຕ່າງໆ ໃນຄອມພຶວເຕີ້ໃຫ້ເປັນພາສາລາວ ເຊິ່ງຕອນນີ້ແມ່ນພວກເຮົາກຳລັງຈະເລີ່ມໂຄງການແປ Open Office 3.0 ໃຫ້ເປັນພາສາລາວ ແລະ ໂປຣແກຣມອື່ນໆ ທີ່ເປັນລະບົບເປີດເປີຍຊອດໂຄດ ຫລັງຈາກແປສຳເລັດ ແລ້ວ ພວກເຮົາຈະໄດ້ເຮັດເປັນ Lao Language Pack ອອກມາໃຫ້ ພີ່ນ້ອງຄົນລາວເຮົາໄດ້ໃຊ້ກັນແບບຟຣີໆ

ແຕ່ເນື່ອງຈາກວ່າ ກຳລັງຄົນເຮົາຍັງບໍ່ພຽງບໍເພາະມັນມີຫລາຍຄຳສັບ ສະນັ້ນທາງທີມງານຈຶງໄດ້ອອກມາປະກາດຫາອາສາສະຫມັກທີ່ຈະເຂົ້າຮ່ວມໂຄງການແປດັ່ງກ່າວ

ຄຸນສົມບັດຂອງຜູ້ສະຫມັກ

໑.ສຳຄັນສຸດແມ່ນມີໃຈຮັກໃນການພັດທະນາ ທັງຕົວເອງ ແລະ ສັງຄົມ ເພາະນີ້ແມ່ນການເຮັດເພື່ອປະເທດເລີຍ
໒.ອາສາສະຫມັກ ເຮັດວຽກ ແບບບໍ່ມີສິ່ງຕອບແທນ
໓.ມີເວລາຫວ່າງ ແລະ ມີ Internet ທີ່ຈະຕິດຕໍ່ກັບທີມ
໔. ມີຄວາມຮັບຜິດຊອບຕໍ່ວຽກ
໕.ມີຄວາມຮູ້ໃດດ້ານ ຄອມຂັ້ນພື້ນຖານ ແລະ ພາສາອັງກິດ ພໍປະມານ

ຜົນທີ່ຄາດວ່າ ຜູ້ເຂົ້າຮ່ວມຈະໄດ້ຮັບ

໑.ໄດ້ເປັນທີມງານແປພາສາລາວໃນລະບົບຄອມພິວເຕີ
໒.ໄດ້ຄວາມຮູ້ໃຫມ່ໃນການໃຊ້ຄອມ ໂດຍສະເພາະແມ່ນພາສາທີ່ໃຊ້ໃນຄອມ
໓. ໄດ້ເປັນສ່ວນຮ່ວມໃນການພັດທະນາ ລະບົບ ໂປຣແກຣມເສລີ ໃນລະດັບປະເທດ ແລະ ລະດັບໂລກ
໔. ໄດ້ປະສົບການ ແລະ ການເຮັດວຽກຂອງພາສາລາວໃນ ລະບົບຕ່າງໆ
໕. ຮຽນຮູ້ການເຮັດວຽກເປັນທີມ ໃນສະໄຫມສັງຄົມ ໄອທີ
໖. ໄດ້ເຂົ້າຮ່ວມການຝຶກອົບຮົມກັບທີມງານ

ທ່ານທີ່ເຂົ້າຮ່ວມໃນທີມງານ ແມ່ນຈະມີການອົບຮົມກັນກ່ອນ
ໃນດ້ານຂອງ ຄຳສັບ ແລະ ພາສາ ທີ່ໃຊ້ ເຮົາຈະມີລະບົບ ຖານຂໍ້ມູນເພື່ອໃຫ້ຄຳສັບເປັນເອກະພາບກັນ
ໃນດ້ານການປະຕິບັດງານແມ່ນເຮົາຈະມີ Server ເພື່ອແປ ອອນລາຍ ຜ່ານອິນເຕິເນັດ
ບໍ່ຕ້ອງກັງວົນວ່າທ່ານຈະເຮັດບໍ່ໄດ້ ເພາະທຸກຢ່າງມັນຕ້ອງເລີ່ມຈາກການຮຽນຮູ້ເລີ່ມຕົ້ນກັນທັ້ງ

ໂຄງການຂອງພວກເຮົາແມ່ນເນັ້ນໄປທາງ ໂອເພິ່ນຊອດ (Open Source) ເພື່ອໃຫ້ຄົນລາວໄດ້ໃຊ້ລະບົບ ທີ່ເປີດເຜີຍຊອດຄອດແບບເສລີ ເພື່ອໃຫ້ປະເທດລາວເຮົາໄດ້ມີຂອງຟຣີດີໆ ໃຊ້ນຳບ້ານນຳເມືອງເພິ່ນ

ສຳລັບທ່ານທີ່ສົນໃຈ ເຂົ້າຮ່ວມໂຄງການ ສາມາດລົງຊື່ໄດ້ເລີຍທີ່ນີ້

ເຂົ້າຮ່ວມ ກຸ່ມນັກແປ Lao L10n ໄດ້ທີ່

http://groups.google.com/group/lao-l10n


ໂຄງການຕົວຢ່າງທີ່ກຳລັງເຣັດ

www.laoubuntu.com // ໂຄງການແປ Ubuntu Linux

www.laosmf.com // ໂຄງການແປ SMF Forum ເປັນພາສາລາວ ໂດຍ ທີມງານ a8

ດ້ວຍຄວາມຮັກແພງ

No comments: